ຈີນ​ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​​ທີ່ສຳຄັນ​ແລະມີ​ລັກສະນະ​ສ້າງສັນໃນ​ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າກັນ​ຂອງ​ເສດຖະກິດ​ອາຊີ​ປາຊີ​ຟິກ
2017-03-19 14:47:02  cri 
ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ ​ເຈັຟຣີ ສ​ກົດ ຜູ້​ຊ່ຽວຊານ​ກ່ຽວ​ກັບ​ບັນຫາ​ການ​ຄ້າ​ສາກົນ​ຂອງ​ອາ​ເມ​ລິ​ກາ​ໄດ້​ກ່າວ​ຂະນະ​ທີ່​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຂ່າວສານ​ຊີ​ນຮວາ​ວ່າ: ​ເຖິງ​ວ່າ​ອາ​ເມ​ລິ​ກາ​ໄດ້​ຖອນ​ຕົວ​ອອກ​ຈາກ​ສັນຍາວ່າ​ດ້ວຍກາ​ນພົວພັນ​ຄູ່​ຮ່ວມ​ຂ້າມ​ມະຫາ​ສະໝຸດປາຊີ​ຟິກຫຼື (TPP) ​ແລ້ວ​ກໍ່ຕາມ, ​ແຕ່​ກຸ່ມເສດຖະກິດ​ທີ່​ສຳຄັນ​ຂອງ​ພາກ​ພື້ນ​ອາຊີ​ປາຊີ​ຟິກຍັງ​ມີ​ຄວາມ​ສົນ​ໃຈຫຼາຍ​ຕໍ່​ການ​ຊຸກຍູ້​ການ​ເຊື່ອມ​ໂຍງ​ເຂົ້າກັນ​ຂອງ​ເສດຖະກິດ​​ແລະ​ຫັນການ​ຄ້າ​ເປັນຄວາມ​ເສລີຢູ່​ໃນ​ພາກ​ພື້ນນີ້ ຈີນ​ຈະສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດທີ່ສຳຄັນ​ແລະ​ມີ​ລັກສະນະ​ສ້າງສັນ​ໃນ​ຂະ​ບວນການດັ່ງກ່າວ.

ທ່ານ ສ​ກົດ ກ່າວ​ວ່າ: ​ໃນ​ຖານະ​ເປັນ​ກຸ່ມເສດຖະກິດ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ປະ​ເທດ​ສະມາຊິກ​ TPP ​ໃນ​ປັດຈຸບັນ, ​ຍີ່ປຸ່ນ​ໄດ້​ດຳ​ເນີນ​ການ​ປຶກສາ​ຫາລື​ແລະ​ການ​ເຈລະຈາ​​ການ​ຄ້າ​ສອງ​ຝ່າຍ​ກັບ​ອາ​ເມ​ລິ​ກ, ຂະນະ​ດຽວ​ກັນ ກໍ​ຈະ​ສື​ບຕໍ່​ເຂົ້າ​ຮ່ວມ​ການ​ປຶກສາ​ຫາລື​ແລະ​ການ​ເຈລະຈາ​​ການ​ຄ້າ​ສອງ​ຝ່າຍຂອງພາກ​ພື້ນ​ດັ່ງກ່າວ​ຢ່າງ​ຕັ້ງໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ