ໄຂງານ​ວາງສະ​ແດງເຄື່ອງນຸ່ງ​ແຟຊັ້ນ​ດີເດັ່ນຂອງຈີນ​ຢູ່​ສູນວັດທະນະທຳ​ຈີນ​ປະຈຳ​ສິງກະ​ໂປ
2017-03-19 15:05:18  cri 

ວັນ​ທີ 18 ມີນາ​ນີ້, ງານ​ວາງສະ​ແດງເຄື່ອງນຸ່ງ​ແຟຊັ້ນດີເດັ່ນຂອງ​ຈີນທີ່​ມີ​ຊື່ວ່າ "ຄວາມ​ປະ​ທັບ​ໃຈ​​ແຫ່ງ​ຍຸກ​ສະ​ໄໝ" ​ໄດ້​ຈັດ​ຂຶ້ນ​ຢູ່​ສູນ​ວັດທະນະທຳ​ຈີນ​ປະຈຳສິງກະ​ໂປ. ງານ​ວາງສະ​ແດງ​ເທື່ອ​ນີ້​ຈະ​ວາງສະ​ແດງ​ເຄື່ອງນຸ່ງ​​ແຟຊັ້ນ​ 30 ກວ່າ​ຊຸດ​ທີ່​ອອກ​ແບບ​ດ້ວຍ​ນັກ​ອອກ​ແບບ​ເຄື່ອງ​ນຸ່ງ​ທີ່​ດີ​ເລີດໃນສະ​ໄໝປັດຈຸບັນຂອງ​ຈີນ 25 ຄົນ ​ເພື່ອ​ວາງສະ​ແດງ​ສະ​ເໜ່ການ​ພັດທະນາ​ເຄື່ອງນຸ່ງ​ທີ່ມີເອກະລັກ​ຂອງ​ຈີນ.

ໃນ​ເວລາ​ປະກອບຄຳເຫັນ, ທ່ານ​ນາງມາ​ຮຸງ​ອີງ ຫົວໜ້າ​ສູນວັດທະນະທຳ​ຈີນ​ປະຈຳສິງກະ​ໂປ​ກ່າວ​ວ່າ, ນັບ​ແຕ່ສູນວັດທະນະທຳ​ຈີນ​ເລິ່ມເປີດນຳໃຊ້​ມາ​ນີ້ ​ໄດ້​ຈັດ​ກິດຈະກຳ 100 ກວ່າ​ເທື່ອ​ແລ້ວ. ງານ​ວາງສະ​ແດງ "ຄວາມ​ປະ​ທັບ​ໃຈ​​ແຫ່ງ​ຍຸກ​ສະ​ໄໝ" ​ເທື່ອ​ນີ້​ແມ່ນ​ງານ​ວາງ​ສະ​ແດງ​ປ​ະ​ເພດ​ສິນລະປະ​ເຄື່ອງນຸ່ງ​​ເທື່ອ​ທຳ​ອິດ​ທີ່​ສູນວັດທະນະທຳ​ຈີນຈັດ​ຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ