ອະດີ​ດເຈົ້າ​ໜ້າ​ທີ່​ລັດຖະບານ​ໄທ 60 ຄົນ​ຖືກ​ສົງ​ໄສ​ກະທຳ​ຜິດ​ໃນ​ການ​ໜີ​ພາສີ
2017-03-20 11:13:47  cri 
ອົງການ​ກວດສອບ​ແຫ່ງ​ຊາດ​ໄທ​ຖະ​ແຫຼ​ງວ່າ ອະດີດ​ນັກ​ການ​ເມືອງ​ແລະ​ເຈົ້າ​ໜ້າ​ທີ່​ລັດຖະບານ​ປະມານ 60 ຄົນ​ຖືກ​ສົງ​ໃສ​ກະທຳ​ຜິດ​ໃນ​ການ​ໜີ​ພາສີ ​ໃນ​ນີ້​ມີທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ​ແລະ​ທ່ານ​ອະພິ​ສິດ ​ເວດ​ຊາ​ຊີວະ ອະດີດ​ນາຍົກລັດຖະມົນຕີ. ຂະນະທີ່ປັດຈຸບັນອົງການຕົນໄດ້ສົ່ງ​ໜັງສືຮຽກຮ້ອງໃຫ້ກົມສ່ວຍສາອາກອນເກັບພາສີທົດແທນນຳເຂົາເຈົ້າ. ອົງການກວດກາບັນຊີແຫ່ງຊາດໄທຢືນຢັນໃນວັນທີ 17 ມີນານີ້ວ່າ: ຕາມກົດໝາຍວ່າດ້ວຍສ່ວຍສາອາກອນ, ອະດີດເຈົ້າໜ້າທີ່ລັດຖະບານເຫຼົ່ານີ້ຕ້ອງເສຍອາກອນ​ລາຍ​ຮັບ​ຈາກ​ຊັບ​ສິນ​ທີ່ນອກ​ເໜືອຈາກ​ເງິນ​ເດືອນ, ​ແຕ່​ສ່ວນ​ໃຫຍ່​ພວກ​ເຂົາເຫຼົ່າ​ນີ້​​ໄດ້​ແຈ້ງພຽງ​ແຕ່​ອາກອນ​ເງິນ​ເດືອນ​ເທົ່າ​ນັ້ນ​ແລະຈາກ​ນີ້​ຈິ່ງ​ ​ຖືກ​ສົງ​ໄສ​ວ່າ​ເປັນ​ການກະທຳ​ຜິດ​ກົດໝາຍສ່ວນ​ສາ​ອາກອນ. ຫຼັງ​ສືບສວນ​ແລ້ວ​​ເຫັນ​ວ່າ: ​ອະດີດ​ນັກ​ການ​ເມືອງ​ແລະ​ເຈົ້າ​ໜ້າ​ທີ່​ລັດຖະບານ​ເຫຼົ່າ​ນີ້​ມີ​ຊັບ​ສິນ​ເພີ່ມ​ຂຶ້ນ​ນັບ​ເປັນ100​ລ້ານບາດ​ຫຼັງ​ພົ້ນ​ຈາກ​ຕຳ​ແໜ່​ງ.

ກ່ອນ​ໜ້າ​ນີ້, ລັດຖະບານ​ໄທ​​ໄດ້​ຢືນຢັນ​ວ່າ: ຈະ​ເລັ່ງ​ໃຫ້​ທ່ານ​ທັກ​ສິນ ຊິນນະ​ວັດ ອະດີດ​ນາຍົກລັດຖະມົນຕີທີ່ພັດ​ຖິ່ນ​ຢູ່​ຕ່າງປະ​ເທດ​ນັ້ນ​ຕ້ອງ​ເສຍ​ພາສີ​ແລະ​ເງິນ​ປັບ​​ໃໝ​ຫຼາຍ​ກວ່າ 12 ຕື້​ບາດ ​ເນື່ອງ​ຈາກ​ທ່ານ​ທັກສິນ​ຖືກ​ກ່າວ​ຫາ​​ວ່າໜີ​ພາສີ​ໃນ​ການ​ໂອນຫຸ້ນ​ສ່ວນ​ຂອງ​ບໍລິສັດ​​ໃນຕະກຸນ​ຕົນ​ເມື່ອປີ2006.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ