ສະຖານທູດ​ຈີນ​ປະຈຳ​​​ແມັກ​ຊິກ​​ສະຫຼອງ​ວັນ​ສ້າງສາ​ຍສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ​ຄົບຮອບ 45 ປີ
2017-03-20 11:16:43  cri 
ວັນ​ທີ 19 ມີນາ​ນີ້, ສະຖານທູດ​ຈີນ​ປະຈຳ​ແມັກ​ຊິກ​ໄດ້​ຈັດ​ກິດຈະກຳ "ວັນວັດທະນະທຳ​ຈີນ2017​"ເພື່ອ​ສະ​ເຫຼີ​ມສະຫຼອງ​ວັນ​ຄົບຮອບ 45 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ຈີນ-​ແມັກ​ຊິກ ​ທັງ​ເປັນ​ການ​ເປີດ​ປ່ອງຢ້ຽມ​ສຳລັບ​ປ​ະຊາ​ຊົນ​ແມັກ​ຊິກ​ເພີ່ມ​ຄວາມ​ຮັບ​ຮູ້​ວັດທະນະທຳ​ຈີນ​ຫຼາຍ​ຂຶ້ນ​ຕື່ມ.

ກິດຈະກຳ​​ໃນວັນ​ດັ່ງກ່າວ​ໄດ້​ຈັດ​ໃຫ້​ມີ​ການສະ​ແດງ​ວັດທະນະທຳ​ດັ້ງ​ເດີມ ​ຈີນ​ເປັນ​ຕົ້ນ ສິລະ​ປະການ​ຊົງ​ຊາ,ສິນລະປະການ​ຂຽນ​ຕົວ​ໜັງສື​ແລະ​ແຕ້ມ​ຮູບ​ຈີນ, ການສະ​ແດງ​ຮ້ອງ​​ເພງ​ແລະ ​ຟ້ອນ​ແບບ​ຈີນ​ພ້ອມ​ດ້ວຍ​ອາຫານ​ຈີນ​ແລະ​ອື່ນໆ​ເຊິ່ງ​ເຮັດ​ໃຫ້​ປະຊາຊົນ​ແມັກ​ຊິກ​ມີ​ຄວາມ​ຮູ້​ກ່ຽວ​ກັບ​ວັດທະນະທຳ​ຈີນ​ຫຼາຍ​ຂຶ້ນ.

ກິດຈະກຳ "ວັນ​ວັດທະນະທຳ​ຈີນ"ຄັ້ງ​ທຳ​ອິດ​ຈັດ​ຂຶ້ນ​ເມື່ອ​ປີ2013 ​ເຊິ່ງ​ໄດ້​ກາຍ​ເປັນ​ໜຶ່ງກິດຈະກຳ​ວັດທະນະທຳ​ທີ່​ຊື່​ສຽງຂອງ​ສະຖານທູດ​ຈີນ​ປະຈຳ​ແມັກ​ຊິກ ​ທັງໄດ້​ຮັບ​ຄວາມ​ນິຍົມຊົມ​ຊອບຈາກ​ປະຊາຊົນ​ແມັກ​ຊິກ​ນັບ​ມື້​​ຫຼາຍ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ