ວັນທີ 20 ມີນານີ້, ຄະນະກຳມະການຈັດງານໂອແລມປິກລະດູໜາວປັກກິ່ງອອກແຈ້ງການວ່າ ຈະເປີດຮັບສະໝັກເຈົ້າໜ້າທີ່ 21 ຕຳແໜ່ງ 22 ຄົນໃນທົ່ວໂລກເປັນຄັ້ງທຳອິດ, ໃນນີ້ 10 ຕຳແໜ່ງຈະຮັບສະໝັກໃນທົ່ວໂລກ ໂດຍຈະຈັດສອບເປັນລາຍລັກອັກສອນ ແລະສອບການສຳຜາດແຕ່ເດືອນເມສາຫາເດືອນພຶດສະພາປີນີ້.
ຄະນະດັ່ງກ່າວຮັບຜິດຊອບການກະກຽມ ແລະຈັດງານໂອແລມປິກລະດູໜາວ ພ້ອມທັງໂອແລມປິກຄົນພິການລະດູໜາວໃນປີ 2022 ເຊິ່ງປັດຈຸບັນມີ 9 ໜ່ວຍງານ ແລະ 2 ສູນກາງ ລວມມີພະນັກງານເບື້ອງຕົ້ນກວ່າ 170 ຄົນ.