ຈັດ​ກອງ​ປະຊຸມ​ເວ​ທິປຶກສາ​ຫາລື​ການ​ພັດທະນາ​ຂອງ​ຈີນ​ຂັ້ນ​ສູງຢູ່​ປັກ​ກິ່ງ
2017-03-20 11:34:52  cri 
ຕາມ​ຂ່າວສານ​ຈີນ:ກອງ​ປະຊຸ​ມປະຈຳ​ປີ 2017 ຂອງ​ເວທີ​ປຶກສາ​ຫາລື​ການ​ພັດທະນາ​ຂອງ​ຈີນ​ຂັ້ນ​ສູງ​ໄດ້​​ໄຂ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 19 ມີນາ​ນີ້​ໃນ​ຫົວ​ຂໍ້ "ຈີນ​ແລະ​ໂລກ:ການ​ຫັນປ່ຽນ​ເສດຖະກິດ​ແລະ​ການ​ປະຕິ​ຮູບ​ອົງ​ປະກອບ"​ໂດຍທ່ານ​ຈ່າງ​ກ່າວ​ລີ້ ກຳມະການ​ປະຈຳ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ແລະ​ຮອງ​ນາຍົກລັດຖະມົນຕີ​​ເຂົ້າ​ຮ່ວມ​ພິທີ​​ໄຂ​ກອງ​ປະຊຸ​ມດັ່ງກ່າວ.
ທ່ານຈ່າງ​ກ່າວ​ລີ້​ກ່າວ​ວ່າ​ຕ້ອງ​ຍຶດໝັ້ນຕໍ່​ການ​ຊຸກຍູ້​ຂະ​ບວນການ​ເສດຖະກິດ​ໂລກາ​ພິວັດ,ຄັດຄ້ານ​ລັດທິ​ປົກ​ປ້ອງ​ການ​ຄ້າ​ການ​ລົງທຶນ​ທຸກ​ຮູບ​ແບບ,​ເຮັດ​ໃຫ້​ໂລກາ​ພິວັດ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ​ປະ​ເທດ​ຕ່າງ​ໆໃຫ້ຫຼາຍກວ່າ​ເກົ່າ.ຕ້ອງ​ຊິນ​ເຄີຍ​ກັບ​ການ​ປ່ຽນ​ແປງ​​ໃໝ່​ຂອງ​ສະພາບ​ກາ​ນ​ເສດຖະກິດ​ສາກົນ​ແລະ​ຊຸກຍູ້​ໃຫ້​ກໍ່​ຮ່າງເປັນ​ລະບົບ​ປົກຄອງ​ໂລກ​ທີ່​ຍຸຕິ​ທຳ​ແລະ​ສົມ​ເຫດ​ສົມ​ຜົນ​ກວ່າ​ເກົ່າ.
ພາຍຫຼັງ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 2000 ​ເປັນ​ຕົ້ນ​ມາ,ເວທີ​ປຶກສາ​ຫາລື​ການ​ພັດທະນາ​ຂອງ​ຈີນ​ຂັ້ນ​ສູງ​ໄດ້​ຈັດ​ກອງ​ປະຊຸມ 18 ຄັ້ງ​ແລ້ວ​ແລະ​ໃນ​ຄັ້ງ​ນີ້​ມີ​ຜູ້​ແທນ​ພາກ​ລັດ​ຈາກ​ຕ່າງປະ​ເທດ 120 ທ່ານ,ຜູ້​ແທນ​ຈີນ 129 ທ່ານ​ແລະນັກ​ສັງ​ເກດ​ການ​ຕ່າງປະ​ເທດ​​ຫຼາຍກວ່າ 370 ທ່ານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ