ນາຍົກ​ຈີນ-ອິສຣາ​ແອນ​ພົບ​ປະ​ເຈລະຈາ​ກັນ
2017-03-21 17:11:18  cri 

ຕອນ​ບ່າຍ​ວັນ​ທີ 20 ມີນາ​ນີ້ ຢູ່​ຫໍ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ນະຄອນຫຼວງ​ປັກ​ກິ່ງ​ສປຈີນ, ທ່ານຫຼີ້​ເຄີ​ສຽງ ​ນາຍົກລັດຖະມົນຕີຈີນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ເບັນ​ຈາ​ມິນ ​ເນ​ທັນ​ຢາ​ຮູ ນາຍົກລັດຖະມົນຕີອິສຣາ​ແອນ​ໃນ​ໂອກາດ​ເດີນທາງ​ຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ.

ທ່ານ​ຫຼີ​ເຄີ້ສຽງ ກ່າວ​ເນັ້ນ​ວ່າ: ​ໃນ​ຖານະ​ເປັນ​ເພື່ອນມິດ​ຮ່ວມ​ ​ທັງ​ອິສຣາ​ແອນ​ແລະ​ປາ​​ແລັສຕິນ, ຈີນ​ບໍ່​ມີ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ ຫາກ​ຫວັງ​ຈະ​ໄດ້​ເຫັນ​ອິສຣ​ແອນ​ແລະ​ປາ​ເລັສຕິນບັນລຸ​ການ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ ທັງ​ຫວັງ​ວ່າ​ສອງ​ຝ່າຍ​ຈະ​ຍຶດໝັ້ນທິດ​ທາງທີ່​ຖືກຕ້ອງຕາມ "​ແຜນການ​ສ້າງສອງ​ປະ​ເທດ"​ໂດຍ​ເປີດ​ການ​ເຈລະຈາ​ສັນຕິພາບ​ໂດຍ​ໄວ​ເພື່ອ​ໃຫ້​ມີ​ຄວາມ​ຄືບ​ໜ້າ. ​ແນວ​​ໃດ​ກໍ​ດີ, ຈີນ​ຍິນ​ດີ​ເສີມ​ຂະຫຍາຍ​ບົດບາດຢ່າງ​ສ້າງສັນ​​ເພື່ອ​ສັນຕິພາບ,ສະ​ຖຽນລະ​ພາບ ​ແລະ​ການ​ພັດທະນາ​ຂອງ​ເຂດ​ຕາ​ເວັນ​ອອກ​ກາງ.ທ່ານ​ເນ​ທັນ​ຢາ​ຮູ​ຢືນຢັນ​ວ່າ ອິສຣາ​ແອນ​ຫວັງ​ເລັ່ງ​​ ​ເຈລະຈາສັນຍາ​ການ​ຄ້າ​ເສລີ​ກັບຈີນ, ​ເປີດ​ກວ້າງ​ການ​ລົງທຶນ​ລະຫວ່າງ​ສອງ​ຝ່າຍ, ​ເອົາ​ໃຈ​ໃສ່​ຮ່ວມ​ມື​ໃນ​ຕະຫຼາດ​ທີ3​ ທັງ​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ປະກອບສ່ວນ​ເຂົ້າ​ໃນ​ການ​ຮ່ວມ​ມື​ປະດິດ​ສ້າງ​ລະຫວ່າງ​ສອງ​ປະ​ເທດ ​ແລະ​ໂອກາດ​ນີ້​ກໍ​ຂໍສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​ຈີນ​ທີ່​ໄດ້​ເສີມຂະຫຍາຍ​ບົດບາດ​ຢ່າງສ້າງສັນ​ໃນ​ຂະ​ບວນການ​ສັນຕິພາບຢູ່​ຕາ​ເວັນ​ອອກ​ກາງ.

1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ