ເຈົ້າ​ແຂວງ​​ປາ​ລາ​ວານ​ປະ​ເທດ​ຟິລິບ​ປິນຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ອາຊີ​​ໂປ​ອາວ
2017-03-21 11:56:15  cri 
​ຕາມ​ຂ່າວສານ​ຊິນ​ຮວາ:ທ່ານ​ວ່າງ​ເຊິ້ງ ຫົວໜ້າ​ຫ້ອງການສຳພັນ​ຕ່າງປະ​ເທດ​ແລະ​ວຽກ​ງານ​ຊາວ​ຈີນ​ຕ່າງ​ດ້າວ​ແຂວງ​ໄຫ​ຫຼຳປະ​ເທດ​ຈີນ​ໄດ້​​ເປີດ​ເຜີຍໃຫ້​ຮູ້​​ໃນ​ວັນ​ທີ 20 ມີນາ​ນີ້​ວ່າ,ທ່ານ​ໂຈ​ເຊ ອານ​ວາ​ເຣັດສ ​ເຈົ້າ​​ແຂວງ​ປາ​ລາ​ວານ​ປະ​ເທດ​ຟິລິບ​ປິນຈະ​ເຂົ້າ​ຮ່ວມ​ກອງ​ປະຊຸ​ມປະຈຳ ປີ 2017 ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ແລະຈະຮ່ວມ​ກັບ​ທ່ານຫຼີວຊີ່​ກຸ້ຍ ​ເຈົ້າ​ແຂວງ​ໄຫ​ຫຼຳລົງ​ນາມ​ໃນ​​ເອກະສານແຮກ​ສ່ຽວ​ລະຫວ່າງ​ສອງ​ແຂວງ​​ພ້ອມ​ທັງຈະ​ທັດສະນະ​ສຶກສາ​ແລະ​ຕິດຕາມ​ຜົນສຳ​ເລັດ​ຂອງການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ທັງ​ການທ່ອງທ່ຽວ, ການ​ບິນ,ກະສິກຳ​ແລະ​ອື່ນໆ​​ເຊິ່ງ​ຖື​ເປັນຜົນ​ງານ​ໜຶ່ງ​ຫຼັງ​ແຂວງ​ໄຫ​ຫຼຳສະ​ເໜີ​ໃຫ້​ກໍ່ສ້າງ "ວົງ​ຮ່ວມ​ມື​ເສດຖະກິດ​ຜ່ານ​ທະ​ເລ​ຈີນ​ໃຕ້."
ທ່ານ​ອານ​ວາ​ເຣັດສ​ໄດ້​ກ່າວ​ຂະນະ​​ໃຫ້​ສຳ​ພາດ​​ເປັນລາຍ​ລັກ​ອັກສອນ​ຕໍ່​ສື່​ມວນ​ຊົນ​ແຂວງ​ໄຫ​ຫຼຳວ່າ,ປັດຈຸບັນ​ກຳລັງ​ເປັນ​​ "​ໂອກາດ​ຄຳ"​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ແຂວງ.​ແນວ​ໃດ​ກໍ​ດີ,​ແຂວງ​ຂອງ​ຕົນ​ຈະ​ກາຍ​ເປັນ​ແຂວງ​​ທີ​ສອງທີ່​ແຮກສ່ຽວ​ກັບ​​ແຂວງ​ໄຫ​ຫຼຳຖັດ​ຈາກ​ແຂວງ​ເຊ​ບູປະ​ເທດ​ຕົນ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ