ເອຢິບ​ສ້າງ​ຕັ້ງ​ຈຸດ​ສອນ​ພາສາ​ຈີນ​​ແຫ່ງ​ທຳ​ອິດ​ຢູ່​ມະຫາວິ​ທະຍາ​ໄລ​ເອກະ​ຊົນ
2017-03-21 16:44:45  cri 
​ຕາມ​ຂ່າວສານ​ຊິນ​ຮວາ:ຈຸດ​ສອນ​ພາສາ​ຈີນຂອງ​ສະ​ຖາ​ບັນ​ຂົງຈືມະຫາວິທະຍາ​ໄລ​ຄອງ​ຊູ​ອິສກາ​ນານປະ​ເທດ​ເອຢິບທີ່​ສ້າງ​ຢູ່​ມະຫາວິທະຍາ​ໄລ​ອັງກິດ​ປະ​ເທດ​ດັ່ງກ່າວ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ແລ້ວ​ຫຼັງ​ລົງນາມ​ໃນ​ວັນ​ທີ 20 ມີນາ​ນີ້​​ແລະ​ກາຍ​ເປັນ​ຈຸດ​ສອນ​ພາສາ​ຈີນ​ແຫ່ງ​ທຳ​ອິດ​​ໃນມະຫາວິທະຍາ​ໄລ​ເອກະ​ຊົນ​ປະ​ເທດ​ນີ້.
ທ່ານ​ຊູ​ນານ​ຊານ ກົງສຸນ​ໃຫຍ່​ຈີນ​ປະຈຳ​ເມືອງ​ເອ​ເລັດ​ຊັນ​ເດີ​ກ່າວວ່າ,ປັດຈຸບັນ​ຢູ່​ເອຢິບ​ມີ​ໂຮງຮຽນ​ຊັ້ນ​ສູງ 14 ​ແຫ່ງທີ່​ສອນ​ພາສາ​ຈີນ​​ແລະກໍ​ມີ​ນັກ​ສຶກສາຫຼາຍກວ່າ 5 ພັນ​ຄົນ​ກຳ​ລັງ​ຮຽນ​ພາສາ​ຈີນ.
ຂະນະ​ທີ່ທ່ານ​ນາງ​ຈູ່ຖິງຖິງ ອະທິການ​ບໍດີ​ຝ່າຍ​ຈີນ​ສະ​ຖາ​ບັນ​ຂົງຈືມະຫາວິທະຍາ​ໄລ​ຊູ​ອິສກາ​ນານກໍກ່າວ​ວ່າ,ມະຫາວິທະຍາ​ໄລ​ອັງກິດ​ປະ​ເທດ​ເອຢິບ​ເປັນ​ໜຶ່ງ​ໃນ​ໂຮງຮຽນ​ຊັ້ນ​ສູງ​ເອກະ​ຊົນ​ທີ່​ມີ​ຊື່​ສຽງ​ຂອງ​ປະ​ເທດ​ດັ່ງກ່າວ​ແລະການ​ທີ່​ມະຫາວິທະຍາ​ໄລ​ນີ້​ເປັນ​ເຈົ້າ​ການ​ປະສານ​ງານ​ກັບ​ສະ​ຖາ​ບັນ​ຂົງຈືຂອງ​ຕົນ​​ເພື່ອ​ສ້າງ​ຕັ້ງ​ຈຸດ​ສອນ​ພາສາ​ຈີນ​ໃນ​ເທື່ອ​ນີ້​ຈະ​ເປັນ​ການ​ຂະຫຍາຍ​ຊື່​ສຽງ​ອິດ​ທິພົນ​ຂອງ​ພາສາ​ຈີນ​ຢູ່​ເອຢິບ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ