ຕວກ​ກີ​ຈັບ​ຜູ້ກໍ່​ການ​ຮ້າຍ​ແລະ​ກໍ່​ລັດ​ຖະ​ປະ​ຫານ​​ໄດ້ກວ່າສອງ​ພັນ​ຄົນ
2017-03-21 16:15:26  cri 
    ລັດ​ຖະ​ບານ​ຕວກ​ກີ ປະ​ກາດ​ໃນ​ວັນ​ທີ 20 ມີ​ນານີ້​ວ່າ ສາ​ມາດຈັບ​ຜູ້ກໍ່​ການ​ຮ້າຍ​ແລະ​ຜູ້​ເຂົ້າ​ຮ່ວມ​ການ​ລັດ​ຖະ​ປະ​ຫານ​ທີ່​ບໍ່​ສຳ​ເລັດ​ຜົນ​ໄດ້​ກວ່າ 2000 ຄົນຫຼັງ​ຕິດ​ຕາມ​ມາກວ່າ 200 ເທື່ອ​ໃນ​ອາ​ທິດ​ຜ່ານ​ມາ​.

    ໃນ​ການ​ຈັບ​ຜູ້ກໍ່​ການ​ຮ້າຍ 1097 ຄົນ ມີ 70 ຄົນພົວ​ພັນ​ກັບ​ກຸ່ມ IS ແລະ​ສ່ວນ​ທີ່ເຫຼືອ ສ່ວນຫຼາຍ​ສົງ​ໄສ​ພົວ​ພັນ​ກັບ​ພັກ​ກຳ​ມະ​ກອນ​ເຄິດ​ທີ່​​ຕວກ​ກີຖືເປັນ 'ກຸ່ມກໍ່​ການ​ຮ້າຍ' ໂດຍ​ໄດ້​ສະ​ໜັບ​ສະ​ໜູນທຶນ​ແລະ​ປົກ​ປ້ອງ​ພັກ​ກຳ​ມະ​ກອນ​ເຄິດ ​ລວມ​ທັງ​ການ​ກະ​ທຳ​ອື່ນໆ.

    ສຳ​ລັບ​ຜູ້​ທີ່​ເຂົ້າ​ຮ່ວມ​ການ​ລັດ​ຖະ​ປະ​ຫານ​​ທີ່​ບໍ່​ສຳ​ເລັດ​ຜົນ 966 ຄົນ​ນັ້ນ ກະ​ຊວງ​ພາຍ​ໃນ​ຕວກ​ກີ​ບໍ່​ໄດ້​ເຜີຍ​ຖາ​ນະ​ຂອງ​ພວກ​ເຂົາແຕ່​ປະ​ການ​ໃດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ