ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄທ​ຢືນຢັນຈະ​ສືບ​ສວນກຸ່ມ​ຕໍ່ຕ້ານ​ລັດຖະບານ​ທີ່ເຈ​ຕະນາ​ລອບສັງຫານນາຍົກລັດຖະມົນຕີ
2017-03-22 11:14:57  cri 
ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄທ​ຢືນຢັນ​ໃນ​ວັນ​ທີ 20 ມີນາ​ນີ້​ວ່າ: ກຸ່ມ​ຕໍ່ຕ້ານ​ລັດຖະບານ​ກຸ່ມ​ໜຶ່ງມີ​ເຈຕະນາ​ລອບ​ສັງຫານທ່ານ​ປຣະຍຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ​ ຂະນະ​ທີ່​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄດ້​ຍຶດອາວຸດ​ຜິດ​ກົດໝາຍ​​ໄດ້​ຊຸດໜຶ່ງ ​ທັງ​ໄດ້​ດຳ​ເນີນ​ການ​ສືບສວນ​ສອບ​ສວນ​ແລ້ວ. ທັງ​ນີ້ ​ໃນວັນ​ທີ 20 ມີນາ​ນີ້, ​ໂຄສົກ​ຕຳຫຼວດ​ໄທ​​ໄດ້​​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນວ່າ ມີ​ຫຼັກ​ຖານ​ແທ້​ຈິງ​ທີ່​ສາມາດຢັ້ງຢືນ​ໃຫ້​ເຫັນ​ວ່າ ​ກຸ່ມ​ຕໍ່ຕ້ານ​ລັດຖະບານມີ​ເຈຕະນາ​ໃຊ້​ອາວຸດ​ກໍ່​​ເຫດ​ດ້ວຍຄວາມ​ຮຸນ​ແຮງ​ທັງຈະ​ລອບ​ສັງຫານຜູ້ນຳ​ລັດຖະບານ.

ຂ່າວສານຣອຍ​ເຕີ​ລາຍ​ງານ​ວ່າ: ຜົນ​ການ​ສືບສວນ​ຂອງ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ສະ​ແດງ​ໃຫ້​ເຫັນ​ວ່າ ອາວຸດ​ທີ່​ຍຶດມາ​ໄດ້​ນັ້ນ​ເປັນ​ຂອງ​ກຸ່ມ​ແນວ​ໂຮມ​ປະຊາທິປະ​ໄຕ​ ​ຕໍ່ຕ້ານ​ຜະ​ເດັດ​ການ​ແຫ່ງ​ຊາດ​ຫຼື​ກຸ່ມ​ເສື້ອ​ແດງ. ທັງ​ນີ້​ຫຼັງ​ທ່ານ​ທັກສິນ​ຊິນ​ນະ​ວັດ ອະດີດ​ນາຍົກລັດຖະມົນຕີຖືກ​ໂຄ່ນ​ລົ້ມ​​ເມື່ອ​ປີ2006, ກຸ່ມ​ເສື້ອ​ແດງ​ກໍ​ໄດ້​ເລີ່​ມການ​ເຄື່ອນ​ໄຫວ​ຕໍ່ຕ້ານ​ຕ່າງໆ​ແລະຕໍ່​ມາ​ກໍຖືກ​ປະກາດ​ເປັນ​ການ​ເຄື່ອນ​ໄຫວ​ຜິດ​ກົດໝາຍ.

ທ່ານ​ຈັກ​ທິບ ​ໄຊ​ຈິນດາ ຜູ້​ບັນຊາ​ການ​ໃຫຍ່​ຕຳຫຼວດ​ແຫ່ງ​ຊາດ​ໄທ​ໄດ້​ຢືນຢັນ​ຕໍ່​ສື່​ມວນ​ຊົນ​ໃນ​ວັນ​ທີ 20 ມີນາ​ນີ້​ ​ວ່າ ອາວຸດ​​ເຫຼົ່າ​ນີ້​ບໍ່​ແມ່ນ​ໃຊ້​ເພື່ອ​ຍິງ​ນົກ ຫາກ​ແມ່ນ​ໃຊ້​ເພື່ອ​ລອບສັງຫານ​ຜູ້ນຳ​ປະ​ເທດ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ