ອີ​ຢູຈະ​ຮັບຮອງ​ທິດ​ທາງ​ຊີ້​ນຳ​ການ​ຖອນ​​ໂຕຂອງ​ອັງກິດ
2017-03-22 15:16:42  cri 
ທ່ານ​ໂດ​ນານ ຕຸ​ສກ໌ ປະທານ​ສະພາ​ມົນຕີ​ເອີຣົບຖະ​ແຫຼ​ງ​ໃນວັນ​ທີ 21 ມີນາ​ນີ້​ວ່າ: ຜູ້ນຳ 27 ປະ​ເທດ​ສະມາຊິກ​ສະຫະພາບ​ເອີຣົບຫຼື​ອີ​ຢູຍົກ​ເວັ້ນອັ​ງກິດຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດສະ​ໄໝ​ວິສາມັນ​ທີ່​ຈະຈັດ​ຂຶ້ນ​ໃນ​ວັນ​ທີ 29 ​​ເດືອນໜ້າ​ນີ້​ໂດຍ​ຈະ​ຮັບຮອງ​ເອົາ​ທິດ​ທາງ​ຊີ້​ນຳ​ກ່ຽວ​ກັບ​ອັງກິດ​ຖອນ​ອອກ​ຈາກ​ອີ​ຢູ.

ທ່ານ​ຕຸ​ສກ໌ຢືນຢັນ​ວ່າ ວຽກ​ບຸລິມະສິດ​ສຳຄັນ​ຂອງ​ສະຫະພາບ​ເອີຣົບ​ໃນ​ການ​ດຳ​ເນີນ​ການ​ເຈລະຈາ​ກ່ຽວ​ກັບ​ອັງກິດ​ຖອນ​ອອກ​ຈາກ​ອີ​ຢູນັ້ນ​ກໍ​ຄື​ສ້າງ​ຄວາມ​ແນ່ນອນ​ແລະ​ຄວາມ​ຈະ​ແຈ້ງ​ໃຫ້​​ໄດ້ຫຼາຍ​ເທົ່າ​ທີ່​ຈະ​ຫຼາຍ​ໄດ້​ເພື່ອ​​ແຈ້ງ​ຕໍ່ພົນລະ​ເມືອງ,ບໍລິສັດ,ປະ​ເທດ​ສະມາຊິກ​ພ້ອມ​ດ້ວຍ​ຄູ່​ຮ່ວມ​ມື​ແລະ​ເພື່ອນ​ມິດ​ຂອງ​ອີ​ຢູທີ່​ຈະ​ໄດ້​ຮັບ​ຜົນ​ກະທົບ​ທາງ​ລົບ​ຈາກການຖອນ​ອອກ​ຈາກ​ອີ​ຢູຂອງ​ອັງກິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ