ເຕົ່າ​ທະ​ເລ​ຕາຍ​ເນື່ອງ​ຈາກ​​ມີເງິນ​ຫຼຽນ​ໃນ​ທ້ອງ
2017-03-22 16:38:22  cri 

ກ່ອນ​ໜ້າ​ນີ້​ບໍ່​ດົນ, ​ເຕົ່າ​ທະ​ເລ​ໂຕ​ໜຶ່ງ​ທີ່​ມີ​ອາຍຸ 25 ປີ​ຢູ່​ໜອງ​ນ້ຳ​ແຫ່ງ​ໜຶ່ງ​ຂອງ​ປະ​ເທດ​ໄທ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກສັງຄົມ​ເນື່ອງ​ຈາກໃນ​ທ້ອງ​ຂອງ​ມັນ​ເຕັມ​ໄປ​ດ້ວຍ​​ເງິນ​ຫຼຽນຂອງປະ​ເທດ​ຕ່າງໆ​​ແລະ​ກໍ​ເປັນ​ເງິນ​ທີ່​ໄດ້ຈາກ​ການອະທິຖານ​ຂໍພອ​ນຂອງ​ນັກ​ທ່ອງ​ທ່ຽວ ​ແລະ​​ເຕົ່າ​ໂຕ​ນີ້​ຖືກ​ສົ່ງ​ໄປ​ປົວ​ຢູ່​ພະ​ແນ​ກສັດຕະວະ​ແພດ​ມະຫາວິທະຍາ​ໄລ​ຈຸລາ​ລົງ​ກອນ​ປະ​ເທດ​ໄທ.

ຫຼັງການຜ່າຕັດ, ທ່ານໝໍ​ໄດ້​ເອົາ​ເງິນ​ຫຼຽນ​ປະ​ເທດ​ຕ່າງໆ 915 ຫຼຽນ​ໜັກ​ປະມານ 5 ກິ​ໂລອອກ​ຈາກ​ທ້ອງເຕົ່າ. ສຳລັບການຜ່າຕັດ​ນັ້ນ​ກໍ​ໄດ້ໃຊ້​ເວລາ​ເຖິງ 7 ຊົ່ວ​ໂມງ ​ແລະ​ສະ​ເພາະ​ແຕ່​ການ​ເອົາ​ເງິນ​ຫຼຽນ​ອອກ​ຈາກ​ທ້ອງ​ນັ້ນ​ກໍ​ໄດ້​ໃຊ້​ເວລາ​​ເຖິງ 4 ຊົ່ວ​ໂມງ.

ສິ່ງ​ທີ່ໜ້າ​ເສຍດາຍນັ້ນ​ຄື ວັນ​ທີ 19 ມີນາ​ນີ້ ສຸຂະພາບ​ຂອງ​ເຕົ່າ​ໂຕ​ນີ້​ຊຸດ​ໂຊມ​ລົງ​ກະທັນຫັນ, ທ່ານໝໍ​ຈິ່ງ​ຈຳ​ເປັນ​ຕ້ອງ​ຜ່າຕັດ​ເປັນ​ເທື່ອ​ທີ​ສອງ, ​ແຕ່​ດ້ວຍ​ມີ​ອາການເຈັບ​ໜັກ​​ແລະ​ບໍ່​ສາມາດ​ປິ່ນປົວ​ໄດ້​ມັນ​ຈິ່ງຕາຍ​ໃນ​ວັນ​ທີ 21 ມີນາ​ນີ້​. ທ່ານໝໍ​ຮັບຜິດຊອບ​ປິ່ນປົວ​ເຕົ່າ​ໂຕ​ນີ້ກ່າວ​ດ້ວຍ​ສຽງ​ສະ​ອື້​ນ​ໃນ​ພິທີ​ຖະ​ແຫຼ​ງຂ່າວວ່າ ຫວັງ​ວ່າການ​ຕາຍ​ຂອງ​ "​ເຕົ່າ​ຖັງ​ເງິນ"ຈະ​ເຮັດ​ໃຫ້​ທົ່ວ​ປະ​ເທດ​ກໍ​ຄື​ທົ່ວ​ໂລກ​​ເອົາ​ໃຈ​ໃສ່​ຕໍ່ເລື່ອງ​ນີ້.

1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ