ຈີນ, ລາວ, ມຽນມາ ​ແລະ​​ໄທ​ຮ່ວມ​ລາດຕະ​ເວນຕາມ​ແມ່​ນ້ຳຂອງ​ຄັ້ງ​ທີ 56
2017-03-22 14:06:32  cri 
ຕາມ​ຂ່າວສານ​ຊິນ​ຮວາ: ຈີນ, ລາວ, ມຽນມາ ​ແລະ​​ໄທ​ໄດ້​ເລີ່​ມຮ່ວມລາດຕະ​ເວນຕາມແມ່​ນ້ຳຂອງ​ຄັ້ງ​ທີ 56 ຢູ່​ທ່າ​ກວນ​ເຫຼີ​ຍກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​ຈີນ.

4 ປະ​ເທດ​ໄດ້​ສົ່ງ​ກ່ຳ​ປັ່ນ 7 ລຳ ​ແລະ​ເຈົ້າ​ໜ້າ​ທີ່​ຂອງ 4 ປະ​ເທດ​​ເຂົ້າ​ຮ່ວມ​ບັນຊາ​ການ​ລາດ​ຕະ​ເວນ​ຮ່ວມ​ກັນ. ຂະນະ​ດຽວ​ກັນ, ກໍຈະດຳ​ເນີນ​ການລາດຕະ​ເວນ ​ແລະ​ປະຕິບັດ​ກົດໝາຍ​ໄປ​ພ້ອມກັນ ​ໂດຍ​ເ​ນັ້ນ​ປາບ​ປາມການ​ກະທຳ​ຜິດ​ກົດໝາຍ​ຂ້າມ​ຊາຍ​ແດນ​ຕ່າງໆ ​ເຊັ່ນ: ການ​ກະທຳ​ຜິດ​ທີ່​ອາດ​ຈະ​ພົວພັນ​ກັບ​ການ​ກໍ່​ການ​ຮ້າຍ, ການ​ຄ້າຂາຍ​ເຖື່ອນ, ການ​ລັກ​ລອບຂ້າມ​ຊາຍ​ແດນ, ຄ້າຂາຍ​ຢາ​ເສບ​ຕິດ, ຄ້າຂາຍອາວຸດ ​ແລະ​ຄ້າມະນຸດ ​ເພື່ອ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ຂອງ​ແມ່​ນ້ຳຂອງ.

ນອກ​ນີ້, ພາກສ່ວນ​ປະຕິບັດ​ກົດໝາຍ​ຂອງ 4 ປະ​ເທດ​ຍັງ​ຈະ​​ແລກປ່ຽນ​ຂໍ້​ມູນຂ່າວສານ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະຈັດ​ກິດຈະກຳ​ວັດທະນະທຳ​ແລະ​ກິລາ​ຢູ່​ເມືອງ​ຊຽງ​ແສນປະ​ເທດ​ໄທຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ