ການ​ຮ້ອງ​ຂໍລິ​ຂະ​ສິດ​ສາກົນ​ຂອງ​ຈີນ​ໃນ​ປີ 2016 ​ເພີ່ມ​ຂຶ້ນ 44,7%
2017-03-23 11:26:42  cri 
ຫວ່າງ​ມໍ່ໆ​ມາ​ນີ້, ກົມ​ຊັບ​ສິນ​ທາງ​ປັນຍາ​ແຫ່ງ​ຊາດ​ຈີນ​ໄດ້​ໃຫ້​ຮູ້​ວ່າ: ປີ 2016, ການ​ຮ້ອງ​ຂໍ​ສິດທິ​ບັດ​ສາກົນ​ຂອງ​ຈີນ​ໄດ້ບັນລຸ​ເຖິງ 4 ໝື່ນ 3.100 ​ລາຍການ ເພີ່ມ​ຂຶ້ນ 44,7% ​ເມື່ອ​ທຽບ​ໃສ່​ປີ 2015 ​ແລະການ​ຂໍ​ຂຶ້ນ​ທະບຽນ​ສາກົນ​ກາ​ໝາຍ​ສິນຄ້າ​ກໍ​ຢູ່ອັນ​ດັບ​ທີ 4 ຂອງ​ໂລກ.

ມາ​ຮອດ​ທ້າຍ​ປີ 2016, ສິດທິ​ບັດການ​ປະດິດ​ສ້າງພາຍ​ໃນ​ປະ​ເທດ​ຈີນ​ມີ​ເຖິງ 1 ລ້ານ 1 ​ແສນ 3.000 ລາຍການ, ​ເຊິ່ງ​ເປັນ​ປະ​ເທດ​ທີ່​ມີ​ສິດທິ​ບັດ​ການ​ປະດິດ​ສ້າງພາຍ​ໃນ​ປະ​ເທດຫຼາຍກວ່າ 1 ລ້ານ​ລາຍການ​ກ້າວ​ມາ​ຢູ່​ອັນ​ດັບ 3 ຂອງ​ໂລກ ຖັດຈາກ​ອາ​ເມ​ລິ​ກາ​ແລະ​ຍີ່ປຸ່ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ