ກ່ອນໜ້ານີ້ສອງມື້, CRI ໄດ້ເປີດຮັບສະໝັກນັກສຶກສາຜູ້ຈົບເໜືອປະລິນຍາເອກ ແຕ່ສຳລັບມື້ນີ້, ມະຫາວິທະຍາໄລວິທະຍາສາດແລະເຕັກໂນໂລຊີຄຸນມິງໄດ້ເປີດຮັບສະໝັກນັກສຶກສາມາສຶກສາຕໍ່ຊັ້ນເໜືອປະລິນຍາເອກ. ໂອໂຫ, ດຽວນີ້ ເໜືອປະລິນຍາເອກກາຍເປັນມາດຖານສຳລັບນັກສຶກສາແລ້ວຫວະ? ບັນນາທິການບໍ່ເຄີຍຮູ້ສຶກນ້ອຍໃຈຂະໜາດນີ້ຈັກເທື່ອ, ແຕ່ພັດຮູ້ສຶກວ່າເປັນຄວາມໂຊກດີຫຼາຍທີ່ໄດ້ມືນຕາເບິ່ງໂລກໜ່ວຍນີ້ມາກ່ອນຫຼາຍປີ. ເອົາເປັນວ່າ, ກັບມາເວົ້າເລື່ອງທາງການດີກວ່າ, ຢ້ານຫົວໜ້າ CRI ເພິ່ນຊິບໍ່ເຫັນບັນນາທິການວ່າດຸໝັ່ນຂະໜາດໃດ, ຊັ້ນປະລິນຍາບໍ່ສູງກະຊິເປັນຫຍັງເນາະ!
ມະຫາວິທະຍາໄລວິທະຍາສາດແລະເຕັກໂນໂລຊີຄຸນມິງເປີດຮັບສະໝັກນັກສຶກສາມາສຶກສາຕໍ່ເໜືອປະລິນຍາເອກ.
ມະຫາວິທະຍາໄລວິທະຍາສາດແລະເຕັກໂນໂລຊີຄຸນມິງເປີດຮັບສະໝັກນັກສຶກສາມາສຶກສາຕໍ່ເໜືອປະລິນຍາເອກ.
ມະຫາວິທະຍາໄລວິທະຍາສາດແລະເຕັກໂນໂລຊີຄຸນມິງເປີດຮັບສະໝັກນັກສຶກສາມາສຶກສາຕໍ່ເໜືອປະລິນຍາເອກ.
ຮ່າໆ, ເລື່ອງສຳຄັນແນວນີ້ ຕ້ອງເວົ້າສາມເທື່ອໄດ໋!
I, ທິດທາງການຄົ້ນຄວ້າ
ການຄຸ້ມຄອງລັດຖະບານ, ການຄຸ້ມຄອງວິທະຍາ ຫຼື ການພົວພັນລະຫວ່າງຊາດ.
II, ເງື່ອນໄຂ
ສັນຊາດລາວ, ອາຍຸບໍ່ກາຍ 35 ປີ, ຈົບປະລິຍາເອກ, ຮູ້ພາສາອັງກິດເປັນຢ່າງດີ. ເຈົ້າໜ້າທີ່ຂອງກະຊວງຫຼືຄະນະກຳມະການທຽບເທົ່າ, ສະຖາບັນ ຫຼືມະຫາວິທະຍາໄລຂອງລາວ ຈະໃຫ້ບຸລິມະສິດ. ຜູ້ຮູ້ພາສາຈີນ ຈະໃຫ້ບຸລິມະສິດເປັນພິເສດ;
ເຄົາລົບຂໍ້ກຳນົດກົດໝາຍ, ບໍ່ເຄີຍກະທຳຜິດ, ມີສຸຂະພາບແຂງແຮງ;
ຫຼັກສູດການຮຽນສາມປີ. ສາມາດປຶກສາກັບອາຈານແລະຕົກລົງກັນໄດ້ວ່າ ຈະຮຽນຫຼັກສູດໝົດມື້ຫຼືບໍ່;
ຄວາມສາມາດການຄົ້ນຄວ້າ: ບົດຄວາມ CSSCI ຫຼື SSCI ບົດໜຶ່ງຕໍ່ປີ
III, ເງິນເດືອນແລະເງິນອຸດໜູນ
ເງິນເດືອນ: 139.000 ຢວນຕໍ່ປີ
ເງິນອຸດໜູນຄ່າເຊົ່າເຮືອນ: 12.000 ຢວນຕໍ່ປີ
ການຈັດກິດຈະກຳວິຊາການ: 40.000 ຢວນ
ມີປະກັນໄພ (ປິ່ນປົວ, ບາດເຈັບໃນຍາມເຮັດວຽກ) ໂດຍຕາມການກຳນົດທີ່ກ່ຽວຂ້ອງ
ສີ່. ເອກະສານສະໝັກ
ຕາຕະລາງເອກະສານສະໝັກເໜືອປະລິນຍາເອກເຂົ້າປະຈຳມະຫາວິທະຍາໄລວິທະຍາສາດ-ເຕັກໂນໂລຢີຄຸນມິງ | |||
ເລກລຳດັບ | ຊື່ເອກະສານ | ຈຳນວນ | ໝາຍເຫດ |
1 |
ໜັງສືຜ່ານແດນສະບັບກ໋ອບປີຂອງຜູ້ສະໝັກ |
2 | |
2 | ໃບຢັ້ນຢືນປະລິນຍາເອກສະບັບກ໋ອບປີ | 2 | |
3 | ໃບຢັ້ນຢືນປະລິນຍາເອກສະບັບພາສາຈີນ(ຕ້ອງມີລາຍເຊັນຂອງອາຈານ) | 2 | |
4 | ຕາລະລາງກວດສຸຂະພາບ | 1 |
ຜົນການກວດກາສຸຂະພາບໃນ |
5 | ໃບສະເໜີຈາກຜູ້ຊ່ຽວຊານລະດັບ ສາສະດາຈານສອງທ່ານ |
1 | ໃນນີ້ມີຜູ້ໜຶ່ງຄວນເປັນອາຈານສອນ ປະລິນຍາເອກຂອງຜູ້ສະໝັກ |
6 |
ຕາລະລາງກວດກາເຂົ້າ |
1 | |
7 | ຕາຕະລາງສະໝັກຮຽນເໜືອປະລິນຍາເອກ | 2 |
ຂຽນຂໍ້ມູນຢູ່ເວັບໄຊເໜືອປະລິນ |
ເວັບໄຊເໜືອປະລິນຍາເອກຈີນ: http://www.chinapostdoctor.org.cn
E-mail: 1638724755@qq.com
ເລກໂທ: 0086 13529271996
ຖ້າວ່າທ່ານໄດ້ຜ່ານການກວດກາ, ທ່ານຈະຮຽນນຳ
ສາສະດາຈານ ລີເອີຜິງ, ເພດຊາຍ, ເກີດປີ 1962, ສາສະດາຈານຂອງຄະນະຄຸ້ມຄອງແລະເສດຖະກິດມະຫາວິທະຍາໄລວິທະຍາສາດ-ເຕັກໂນໂລຢີຄຸນມິງ, ອາຈານສອນປະລິນຍາເອກ. ຮຽນຈົບຈາກມະຫາວິທະຍາໄລຊິງຮວາ, ເຄີຍຮຽນຢູ່ມະຫາວິທະຍາໄລ Hull ປະເທດອັງກິດແລະມະຫາວິທະຍາໄລ Harvard ສະຫະລັດອາເມລິກາ. ເປັນຜູ້ຮັບຜິດຊອບຂອງ "ສະຖາບັນຄົ້ນຄວ້າຊຸກຍູ້ການພັດທະນາເສດຖະກິດແຂວງຢຸນນານ" ແລະເປັນນັກຄົ້ນຄວ້າພິເສດສະຖາບັນຄົ້ນຄວ້າປະເທດລາວຂອງສະຖາບັນວິທະຍາສາດສັງຄົມແຂວງຢຸນນານ. ໜ້າທີ່ຕົ້ນຕໍຂອງທ່ານແມ່ນຄົ້ນຄວ້າການບໍລິຫານລັດແລະຄົ້ນຄວ້າການບໍລິຫານລັດເຂດອາຊີຕາເວັນອອກສຽງໃຕ້, ເຄີຍຂຽນບົດນິພົນ 50 ກວ່າບົດລົງໃນວາລະສານວິຊາການ.
ຫາກໄດ້ໃບຮັບຮອງກໍຈະໄດ້ຮຽນຢູ່ມະຫາວິທະຍາໄລດັ່ງນີ້
ມະຫາວິທະຍາໄລວິທະຍາສາດແລະເຕັກໂນໂລຊີຄຸນມິງຕັ້ງຢູ່ເມືອງຄຸນມິງແຂວງຢຸນນານ ສປ ຈີນ ມີຊາຍແດນຕິດກັບສປປ ລາວ ເຊິ່ງມີປະຫວັດຍາວນານໂດຍສ້າງຕັ້ງຂຶ້ນເມື່ອປີ 1954 ແລະເປັນມະຫາວິທະຍາໄລສັງລວມຫຼາຍຂະແໜງວິຊາພັດທະນາປະສົມກົມກຽວກັນເປັນຕົ້ນ ເສດຖະກິດ,ການບໍລິຫານ,ວັນນະຄະດີລວມເຖິງສິລະປະກຳ,ກົດໝາຍ,ການສຶກສາ,ປັດຊະຍ,ແພດສາດແລະອື່ນໆ ໃນນີ້ສ່ວນໃຫຍ່ເປັນຂະແໜງວິຊາວິສະວະກຳ ທັງປະສານສົມທົບກັບຂະແໜງວິຊາເຕັກໂນໂລຊີ.
ຫໍສະໝຸດມະຫາວິທະຍາໄລວິທະຍາສາດແລະເຕັກໂນໂລຊີຄຸນມິງ ໄດ້ຮັບລາງວັນລູປ່ານ ເຊິ່ງເປັນລາງວັນສູງສຸດໃນຂະແໜງສະຖາປັດຕະຍະກຳຂອງຈີນ.
ທິວທັດທີ່ສວຍງາມຂອງມະຫາວິທະຍາໄລວິທະຍາສາດແລະເຕັກໂນໂລຊີຄຸນມິງ
ມະຫາວິທະຍາໄລວິທະຍາສາດແລະເຕັກໂນໂລຊີຄຸນມິງທີ່ສວຍສົດງົດງາມແລະມີຊີວິດຊີວາໃນຍາມລະດູໃບໄມ້ປົ່ງ
ນັກສຶກສາທີ່ໜຸ່ມແໜ້ນແຈ່ມໃສຂອງມະຫາວິທະຍາໄລວິທະຍາສາດແລະເຕັກໂນໂລຊີຄຸນມິງ
ຫາກທ່ານໄດ້ໃບຮັບຮອງ, ທ່ານອາດຈະໂຊກດີໂດຍການມີໂອກາດຮູ້ຈັກກັບນາງງາມປະຈຳມະຫາວິທະຍາໄລວິທະຍາສາດແລະເຕັກໂນໂລຊີຄຸນມິງ ຄືນາງເມີ້ງຢາວ ນັກສຶກສາຮຸ່ນປີ 2013, ຫຸ່ນງາມຂາສ້ວຍ ແລະເປັນຄົນມັກຟ້ອນແລະເຕັ້ນ ເຊິ່ງສາມາດດຶງດູດສາຍຕາໄດ້ເປັນຢ່າງດີ.
ຄວາມຈິງແລ້ວຜ່ານມາ, ຜູ້ຂຽນ(ບັນນາທິການCRI)ເອງກໍບໍ່ເຄີຍໄປມະຫາວິທະຍາໄລວິທະຍາສາດແລະເຕັກໂນໂລຊີຄຸນມິງ ແລະກໍບໍ່ຮູ້ວ່າ ນາງງາມປະຈຳມະຫາວິທະຍາໄລດັ່ງກ່າວແມ່ນເລື່ອງແທ້ຫຼືບໍ່. ພາຍຫຼັງປະກາດຮັບສະໝັກນັກສຶກສາຕໍ່ເໜືອປະລິນຍາເອກຈຶ່ງເປັນຂ່າວຈິງແລ້ວ, ດ້ານອື່ນແມ່ນຜູ້ຂຽນໄດ້ມາຈາກອິນເຕີເນັດ. ຫາກຜິດພາດປະການໃດ, ກໍຂໍອະໄພ ຜູ້ອ່ານທຸກທ່ານແລະໃຫ້ເຫັນໃຈຜູ້ຂຽນທີ່ຊອກຫາຂໍ້ມູນດ້ວຍຄວາມຫວັງດີແລະດ້ວຍຄວາມເອົາໃຈໃສ່, ຂໍໃຫ້ທ່ານຈົ່ງຕຳໜິຕິຊົມບົດຂຽນບົດນີ້,ຂໍຂອບໃຈ.ເພື່ອນມິດຄົນລາວທ່ານໃດທີ່ມີເງື່ອນໄຂຖືກຕ້ອງຄົບຖ້ວນຕາມໃບປະກາດການຮັບສະໝັກນັກສຶກສາຕໍ່ເໜືອປະລິນຍາເອກ ດັ່ງທີ່ກ່າວມາຂ້າງເທິງນັ້ນ, ກໍຂໍໃຫ້ສະໝັກໄວໆເດີເພາະໃນອີກບໍ່ດົນຕໍ່ໜ້ານີ້ທ່ານຈະໄດ້ພິສູດດ້ວຍຕົນເອງ. ນັດພົບກັນຢູ່ມະຫາວິທະຍາໄລວິທະຍາສາດແລະເຕັກໂນໂລຊີຄຸນມິງເດີ.