ເຈົ້າ​ໜ້າ​ທີ່​ກອງທັບ​ສ.​ເກົາຫຼີຢືນຢັນ​ສປປ​ເກົາຫຼີທົດ​ລອງ​ຍິງ​ຂີ​ປະ​ນາ​ວຸດຫຼົ້ມ​ເຫຼວ
2017-03-23 11:38:42  cri 
​ຕາມ​ຂ່າວສານ​ຊິນ​ຮວາ:​ເຈົ້າ​ໜ້າ​ທີ່​ກອງທັບ​ສ.​ເກົາຫຼີກ່າວ​ໃນ​ວັນ​ທີ 22 ມີນາ​ນີ້​ວ່າ,ສປປ​ເກົາຫຼີ​ໄດ້​ທົດ​ລອງ​ຍິງ​ຂີ​ປະ​ນາ​ວຸດ​ລູກ​ໜຶ່ງ​ຈາກ​ຝັ່ງ​ຕາ​ເວັນ​ອອກ​ໃນ​ວັນ​ດັ່ງກ່າວ,​ແຕ່​ຄາດ​ວ່າ​ຫຼົ້ມ​ເຫຼວ,ສ່ວນ​ຍີ່​ຫໍ້​ແລະ​ຂໍ້​ປີກ​ຍ່ອຍ​ກຳລັງ​ຢູ່​ໃນ​ໄລຍະວິ​ເຄາະ​.
​ເຈົ້າ​ໜ້າ​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດສ.​ເກົາຫຼີກ່າວ​ວ່າ,​ໃນຕອນ​ເຊົ້າ​ວັນ​ທີ 19 ມີນາ​ນີ້,ສປປ​ເກົາຫຼີ​ໄດ້​ທົດ​ລອງ​ຍິງ​ຂີ​ປະ​ນາ​ວຸດ​ລູກ​ໜຶ່ງ​ຢູ່​​ເຂດ​ວົນ​ຊານ​ແຂວງ​ກັງວົນ​ໂດ,​ແຕ່​ຄາດ​ວ່າ "ອາດ​ເກີດ​ຂັດຂ້ອງ".ຂະນະ​ທີ່ສື່ສ.​ເ​ກົາຫຼີ​ກໍໄດ້​ລາຍ​ງານ​ໂດຍ​ອ້າງ​ຕາມ​ການ​ເປີດ​ເຜີຍຂອງ​ເຈົ້າ​ໜ້າ​ທີ່​ລັດຖະບານ​ທ່ານ​ໜຶ່ງ​​ໂດຍເຈົ້າ​ໜ້າ​ທີ່​ທະຫານສ.​ເກົາຫຼີ​ແລະ​ອາ​ເມ​ລິ​ກາ​ສັນນິຖານ​ວ່າ​ຂີ​ປະນນາ​ວຸດ​ລູກ​ນີ້​ໄດ້​ຍິງ​ຈາກ​ຖານ​ຍິງ​ເຄື່ອນ​ທີ່,​ແຕ່ລະ​ເບີດ​ຢູ່​ເທິງ​ອາກາດ​ຫຼັງ​ບໍ່​ເທົ່າ​ໃດ​ວິນາທີ.ສື່ສ.​ເກົາຫຼີລາຍ​ງານອີກ​ວ່າ,​ເນື່ອງ​ຈາກ​ຂີ​ປະ​ນາ​ວຸດ​ອາດ​ຈະລະ​ເບີດ​ຫຼັງຍິງ​ຂຶ້ນ​ບໍ່​ດົນ,​ເຄື່ອງຣາດາ​ຂອງ​ທະຫານ​ເຮືອ​ປະ​ເທດ​ຕົນ​ຈຶ່ງ​ບໍ່​ສາມາດ​ວິ​ເຄາະ​ກໍລະນີ​ດັ່ງກ່າວ.
ປັດຈຸບັນ,ສປປ​ເກົາຫຼີຍັງ​ບໍ່​ມີ​ລາຍ​ງານ​ຂ່າວ​​ເລື່ອງ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ