ປະທານ​ປະ​ເທດ​ຈີນ​ສະ​ແດງ​ຄວາມ​ເສຍ​ໃຈ​ຕໍ່​ເຫດການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ທີ່​ລອນ​ດອນ
2017-03-23 17:03:01  cri 
ຕາມ​ຂ່າວສານ​ຊິນ​ຮວາ:ທ່ານ​ສີ​ຈິ້ນ​ຜີ​ງ ປະທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ໂທລະ​ເລກ​​ເຖິງພະ​ລາ​ຊີ​ນີອີ​ລີ​ຊາ​ເບດທີ​ສອງຂອງ​ອັງກິດ​​ກ່ຽວ​ກັບ​ເຫດການ​​ໂຈມ​ຕີ​ກໍ່​ການ​ຮ້າຍ​ທີ່​ລອນ​ດອນ​ໂດຍ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເຫດການ​ກໍ່​ການ​ຮ້າຍ​ແລະ​ໄວ້ອາ​ໄລ​ຢ່າງ​ສຸດ​​ຊຶ້ງຕໍ່​ຜູ້​ບໍ​ລິ​ສຸດ​ທີ່​ເສຍ​ຊີວິດ​ແລະ​ສະ​ແດງ​ຄວາມ​ເຫັນໃຈ​ຢ່າງ​ຈິງ​ໃຈ​ຕໍ່​ຜູ້​ບາດ​ເຈັບ​ແລະ​ຄອບຄົວ​ຜູ້​ເສຍ​ຊີວິດ.
ທ່ານ​ສີ​ຈິ້ນ​ຜີ​ງຊີ້​ໃຫ້​ເຫັນ​ວ່າ,ລັດທິ​ກໍ່​ການ​ຮ້າຍ​ແມ່ນ​ສັດຕູ​ຮ່ວມ​ຂອງ​ປະຊາ​ຄົມ​ໂລກ​ແລະຈີນກໍ​ເດັດດ່ຽວ​ຄັດຄ້ານ​ລັດທິ​ກໍ່​ການ​ຮ້າຍ​ທຸກ​ຮູບ​ແບບ​ທັງ​ຍິນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ອັງກິດ​ແລະ​ປະຊາ​ຄົມ​​ໂລກ​ເພື່ອ​ຕັ້ງໜ້າ​​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ຂອງ​ຈີນ-ອັງກິດ​ແລະ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ