ກອງ​ປະຊຸມ​ປະຈຳ​ປີ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ 2017 ​ໄດ້ຈັດ​ຂຶ້ນ​ຢູ່​ເມືອງ​ໂປ​ອາວ​ແຂວງ​ໄຫ​ຫຼຳ
2017-03-24 11:17:20  cri 
ກອງ​ປະຊຸມ​ປະຈຳ​ປີ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ 2017 ​ໄດ້ຈັດ​ຂຶ້ນ​ຢູ່​ເມືອງ​​ໂປ​ອາວ​ແຂວງໄຫ​ຫຼຳ ສປ ຈີນ​ໃນ​ວັນ​ທີ 23 ມີນາ​ນີ້ ​ໂດຍ​ມີ​ຫົວ​ຂໍ້ "ຫັນໜ້າ​ໄປ​ສູ່​ອະນາຄົດ​ທີ່​ມີໂລກາ​ພິວັດ​ແລະ​ການ​ຄ້າ​ເສລີ" ​ແລະ​ມີ​ຜູ້ຕາງໜ້າ​ຫຼາຍປະ​ເທດ​ກວ່າ 1.800 ຄົນ​​ເຂົ້າຮ່ວມ​.

​ທ່ານ ​ໂຈ່​ວ​ເວີນ​ຈຸ້ງ ຫົວໜ້າ​ກອງ​ເລຂາ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ອາຊີ​​ໂປ​ອາວ​ກ່າວຖະ​ແຫຼ​ງ​ຂ່າວ​ວ່າ: ກອງ​ປະຊຸມ​ປະຈຳ​ປີ 2017 ​ໄດ້​ປິ່ນ​ອ້ອມ​ຫົວ​ຂໍ້​ຫຼັກ​ແລະ​ກຳນົດ 4 ຫົວ​ຂໍ້​ຍ່ອຍຄື: "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", "ການ​ເຕີບ​ໂຕ", "ການ​ປະຕິ​ຮູບ" ​ແລະ "​ເສດຖະກິດ​ໃໝ່".ຂະນະ​ດຽວ​ກັນ​ກໍ​ຈະ​ຈັດ​ກິດຈະກຳ​ຕ່າງໆ 65 ​ເທື່ອ​ເຊັ່ນ: ພິທີ​ເປີດ​ປະຊຸມ, ກອງ​ປະຊຸມ​ຄົບ​ຄະນະ, ​ເວທີ​ປຶກສາ​ຫາລືຍ່ອຍ 44 ​ເທື່ອ, ກອງ​ປະຊຸມ​ໂຕະມົນ 17 ​ເທື່ອກໍ​ຄື​ງານ​ລ້ຽງ​​ໃນຫົວ​ຂໍ້​ສະ​ເພາະ 2​ ​ເທື່ອ​ເຫຼົ່າ​ນີ້​ເປັນ​ຕົ້ນ.

​ຫຼັງເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ຈັດ​ຕັ້ງ​ຂຶ້ນ​ເມື່ອ​ປີ 2001 ​ໂດຍອົງການ​ຈັດ​ຕັ້ງ​ສາກົນ​ທີ່​ບໍ່ຂຶ້ນ​ກັບລັດຖະບານ​ແລະ​ບໍ່ຫວັງ​ຜົນ​ກຳ​ໄລ​​ໜຶ່ງ​ເປັນ​ຕົ້ນ​ມາ ກໍ​ໄດ້​ສຸມ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ໃນ​ພາກ​ພື້ນ​ອາຊີ ທັງໄດ້​ສະໜັບ​ສະ​ໜູນ​ສະຕິ​ປັນຍາ​ໃຫ້ແກ່​ການ​ບັນລຸ​ການ​ພັດທະນາ​ເສດຖະກິດ​ແບບ​ຍືນ​ຍົງ​ຂອງພາກ​ພື້ນ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ