ຊາວ​ພື້ນ​ເມືອງ​ອິສຕຣາລີ​ຕ້ອນຮັບ​ນາຍົກລັດຖະມົນຕີຈີນດ້ວຍ​ການ​ຟ້ອນ​​ທີ່​ເປັນ​ມູນ​ເຊື້ອ
2017-03-24 15:36:27  cri 


ຕອນ​ທ່ຽງ​ວັນ​ທີ 23 ມີນາ​ນີ້​ຕາມ​​ເວລາ​ທ້ອງ​ຖິ່ນ, ຂະນະ​ທີ່ທ່ານ ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນກ້າວ​ເຂົ້າ​ສູ່​ສະຖານ​ທີ່ຈັດ​ງານ​ລ້ຽງ​ຕ້ອນຮັບ​​ ​ໂດຍທ່ານ​ນາຍົກລັດຖະມົນຕີອົສຕຣາລີນັ້ນ, ມີ​ຊາວ​ພື້ນ​ເມືອງ​ອົສຕຣາລີ​ໄດ້​ນຸ່ງຊຸດ​ອາພອນສີ​ໝາກກະ​ເບົາ​ແດງ ​ແລະ ​ໂຮຍ​ແປ້ງ​ຂາວ​ໃສ່​ແກ້ມ​ແລະ​ຮ່າງກາຍ​, ​ຈາກ​ນັ້ນ​ກໍໄດ້​ຟ້ອນ​ທີ່​ເປັນ​ເອກະລັກ​ປະສານ​ກັບ​ການ​ຕີ​ກອງ​ເພື່ອ​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີຈີນ. ຫົວ​ໜ້າ​ຊາວ​ພື້ນ​ເມືອງ​ອົສຕຣາລີ​ກ່າວດ້ວຍ​ການສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນພ້ອມ​ດ້ວຍ​ພັນລະ​ຍາ ​ແລະ​ອວຍພອນ​​ໃຫ້ການ​ຢ້ຽມຢາມ​​ຂອງ​ທ່ານ​ໃນ​ຄັ້ງ​ນີ້ຈົ່ງ​ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ.
1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ