ຈີນ​ຫວັງ​ໃຫ້​ຍີ່ປຸ່ນ​​ຖອດຖອນ​ບົດຮຽນ​ທາງ​ປະຫວັດສາດ
2017-03-24 16:48:36  cri 
ຕາມ​ຂ່າວCRI:ມີ​ຂ່າວ​ລາຍ​ງານ​ວ່າ,ກຳ​ປັ່ນ​ບັນທຸກ​ຍົນ​ເຮ​ລີ​ກົບ​ແຕ " ຄາ​ກາ "ທີ່​ໃຫຍ່​ທີ່​ສຸດ​ຂອງ​ກອງ​ປ້ອງ​ກັນ​ຕົນ​ຍີ່​ປຸ່ນ​ໄດ້​ປະຕິບັດ​ໜ້າ​ທີ່​ຢ່າງ​ເປັນ​ທາງ​ການ​​ໃນ​ວັນ​ທີ 22 ມີນາ​ນີ້ຂະນະ​ທີ່​ເຈົ້າ​ໜ້າ​ທີ່​ວຽກ​ງານການ​ເມືອງຂອງກອງດັ່ງກ່າວ​ກໍ​ໄດ້ກ່າວ​ໃນ​ພິທີ​ວ່າ,ຈີນມີ​ເຈ​ຕະນາ​ປ່ຽນ​ແປງ​ສະພາບ​​ຢູ່​ເຂດ​ທະ​ເລ​ຈີ​ນ​ໃຕ້​ໃນ​​ປັດຈຸບັນ​ດ້ວຍ​ການ​ກໍ່ສ້າງ​ເກາະດອນ​ແລະ​ອື່ນໆ​ເຊິ່ງກຳ​ປ່ັນ "ຄາ​ກາ"​ສາມາດເສີມ​ຄວາມ​ສາມາດ​ຂອງ​ຍີ່​ປຸ່ນ​ໃນ​ການ​ຂົນ​​ກຳລັງ​ພົນ​ໄປ​ຕ່າງປະ​ເທດ​ເພື່ອ​ຮັບ​ມື​ກັບ​ອິດ​ທິພົນ​ທີ່​ນັບ​ມື້​ເຂັ້ມ​ແຂງ​ຂອງ​ຈີນ​ຢູ່​ພາກ​ພື້ນ​ອາຊີ.
ຈາ​ກໍລະນີ​ດັ່ງກ່າວ,​ໃນ​ວັນ​ທີ 23 ມີນາ​ນີ້​ຢູ່​ປັກ​ກິ່ງ,ທ່ານ​ນາງ​ຮວ້າຊຸນ​ຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​​ໄດ້​ຕອບ​ໂຕ້​ວ່າ,ສະຖາ​ນະ​ການ​ເຂດ​ທະ​ເລ​ຈີນ​ໃຕ້​ໃນ​ປັດຈຸບັນ​ມີ​ທ່ວງທ່າ​ດີ​ຂຶ້ນ​ແລະ​ການ​ທີ່​ຍີ່​ປຸ່ນເສກ​ສັນປັ້ນ​ແຕ່ງ​ແລະ​ໂຄສະນາ​ໂດຍ​ອ້າງ​ເປັນ​ການ "ການ​ຂົ່ມຂູ່​ຈາກ​ຈີນ"​ມາ​ຕະຫຼອດນັ້ນ​ກໍ​ເພື່ອ​ສ້າງ​ຂໍ້​ອ້າງ​ໃຫ້​ແກ່​ການ​ຂະຫຍາຍ​ກຳລັງ​ຮົບ​ຂອງ​ຕົນ​ເທົ່າ​ນັ້ນ.
ທ່ານ​ກ່າວ​ຕື່ມ​ວ່າ, " ກຳ​ປັ່ນ ຄາ​ກາ ​ເຄີຍຖືກ​ທະຫານ​ອາ​ເມ​ລິ​ກາ​ຍິງ​ຈົນ​ຫຼົ້ມ​ໃນ​ໄລຍະ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ​ເຊິ່ງ​ເລື່ອງ​ນີ້ຍີ່​ປຸ່ນຄວນ​ຖອດ​ຖອນ​ບົດຮຽນ​ທາງ​ປະຫວັດສາດ​ແລະພວກ​ເຮົາກໍ​ຫວັງ​ວ່າກຳ​ປັ່ນ ຄາ​ກາ ທີ່​ປາກົດ​ຂຶ້ນ​ໃໝ່​ນີ້ບໍ່​ແມ່ນ​ການ​ເລີ່​ມຕົ້ນ​​ຂອງ​ລັດ​ທິຂຸນ​ເສິກ​ຍີ່​ປຸ່ນຄືນ​ໃໝ່."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ