ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ​ຮຽກຮ້ອງ​ປະຊາ​ຄົມ​ໂລກ​ຮ່ວມ​ມື​​ຕໍ່ຕ້າ​ນລັດທິ​ກໍ່​ການ​ຮ້າຍ
2017-03-24 16:53:38  cri 
ຕາມ​ຂ່າວສານ​ຈີນ:ວັນ​ທີ 23 ມີນາ​ນີ້,ທ່ານ​ໂຈ​ໂຄ ວີ​ໂດ​ໂດ ປະທາ​ນາ​ທິບໍດີ​ອິນ​ໂດ​ເນ​ເຊຍ​ທີ່​ກຳລັງ​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ເກາະດອນ​ພາກ​ຕາ​ເວັນ​ຕົກ​ປະ​ເທດ​ຕົນ​ໄດ້​ຖະ​ແຫຼງຂ່າວ​ຫຼັງ​ເກີດ​ເຫດ​ກໍ່​ການ​ຮ້າຍ​ໃກ້​ຫໍ​ລັດຖະສະພາ​ໃຈກາງ​ນະຄອນຫຼວງລອນ​ດອນ​ປະ​ເທດ​ອັງກິດ​ໂດຍຂໍ​ປະນາມ​ຢ່າງ​ຮຸນ​ແຮງຕໍ່​ການ​ກະທຳຂອງ​ລັດທິ​ກໍ່​ການ​ຮ້າຍ​ທຸກ​ຮູບ​ແບບ.
ຖະ​ແຫຼງຂ່າວ​ດັ່ງກ່າວ​ທີ່​ສື່​ອິນ​ໂດ​ເນ​ເຊຍ​ລາຍ​ງານ​ນັ້ນ​ໄດ້​ລະບຸ​ວ່າ,ທ່ານ​ໂຈ​ໂຄສະ​ແດງ​ຄວາມ​ເຫັນ​ໃຈລັດຖະບານ​​ແລະ​ປະຊາຊົນ​ອັງກິດ​ໂດຍ​ສະ​ເພາະ​ຜູ້​ປະສົບ​ເຄາະ​ຮ້າຍພ້ອມ​ທັງ​ຮຽກຮ້ອງ​ປະຊາ​ຄົມ​ໂລກ​ສາມັກຄີ​ກັນ​ຕໍ່ຕ້ານ​ການ​ຂົ່ມຂູ່​ຈາກ​ລັດທິ​ກໍ່​ການ​ຮ້າຍ.
ທ່ານ​ໂຈ​ໂຄ​ເນັ້ນ​ວ່າ,ອີກ​ເທື່ອ​ໜຶ່ງ,ອິນ​ໂດ​ເນ​ເຊຍຮຽກຮ້ອງ​​ໃຫ້​ປະ​ເທດ​ຕ່າງໆຈົ່ງ​ຮ່ວມ​ມື​ກັນ​ຢ່າງຮອບດ້ານ​ໃນ​ການ​ຕໍ່ຕ້ານ​ລັດທິ​ກໍ່​ການ​ຮ້າຍ​ແລະ​ປະ​ເທດ​ຕົນ​ກໍຖືກຂົ່ມຂູ່​ຢ່າງ​ໜັກໜ່ວງ​ຈາກ​ລັດທິ​ກໍ່​ການ​ຮ້າຍ​ໂດຍ​ເຫັນ​ໄດ້​ໃນ​ຫຼາຍປີ​ມາ​ນີ້​ໄດ້​ເກີດ​ເຫດການ​ກໍ່​ການ​ຮ້າຍມາ​ແລ້ວ​ຫຼາຍ​ເທື່ອ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ