ການຮ່ວມມືເຂດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຈະກາຍເປັນ "ເວທີດີເດັ່ນ" ໃນການ​ສ້າງສາ​ປະຊາ​ຄົມ​ຮ່ວມ​ຊະຕາກຳ​ອາຊີ
2017-03-24 10:35:08  cri 
ຕາມ​ຂ່າວCRI: ວັນ​ທີ 23 ມີນາ​ແມ່ນ​ວັນ​ຄົບຮອບ​ໜຶ່ງ​ປີ​ໃນ​ການ​ລິ​ເລີ່​ມການ​ຮ່ວມ​ມື​ເຂດ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳຂອງ ​ແລະ​ໃນ​ໂອກາດ​ນີ້ທ່ານ​ນາງ​ຮວ້າ​ຊຸນ​ຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ພິທີ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ມື້​ດຽວ​ກັນ​ວ່າ, ຈີນ​ເອົາ​ໃຈ​ໃສ່​ສູງ​ຕໍ່​ການ​ຮ່ວມ​ມື​ເຂດ​ແມ່​ນ້ຳລ້ານ​ຊ້າງ-​ແມ່​ນ້ຳຂອງ​ ​ແລະກົນ​ໄກ​ຮ່ວມ​ມື​ດັ່ງກ່າວ​ຈະ​ກາຍ​ເປັນ "​ເວທີ​ດີ​ເດັ່ນ" ​ໃນ​ການ​ສ້າງສາ​ປະຊາ​ຄົມ​ຮ່ວມ​ຊະຕາກຳ​ອາຊີ.

ທ່ານ​ນາງ​ຮວ້າ​ຊຸນ​ຢິງກ່າວ​ວ່າ, ​ໂຄງການ​ທີ່ປະສົບ​ຜົນສຳ​ເລັດ​ໃນ​ເບື້ອງຕົ້ນ​ແລະ​ຂໍ້​ລິ​ເລີ່​ມ 45 ຂໍ້​ທີ່ກອງ​ປະຊຸມ​ສຸດ​ຍອດ​ກົນ​ໄກການ​ຮ່ວມ​ມື​ແມ່​ນ້ຳລ້ານຊ້າງ-​ແມ່​ນ້ຳຂອງ​ຄັ້ງ​ທຳ​ອິດ​​ໄດ້ຕົກລົງ​ນັ້ນ​ສຳ​ເລັດ​​ແລ້ວ 50% ຫຼື​ພວມຈັດ​ຕັ້ງ​ປະຕິບັດ, ການ​ສ້າງ​ຕັ້ງ​ໜ່ວຍ​ງານ​ປະສົມໃນ​ຂົງ​ເຂດ​ບູລິ​ມະ​ສິດ​ຕ່າງໆ​ພວມ​ດຳ​ເນີນ​ໄປ​ຢ່າງ​ເປັນ​ລະບົບ, ຂະນະ​ທີ່ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຄັ້ງ​ທີ​ສາມ​ຂອງ​ກົນ​​ໄກ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳຂອງ​ຈະ​ໄຂ​ຂຶ້ນ​ໃນ​ຫົກ​ເດືອນ​ທ້າ​ຍປີ​ນີ້ ​ເພື່ອ​​ກະກຽມ​ໃຫ້​ແກ່​ກອງ​ປະຊຸມສຸດ​ຍອດ​​ກົນ​ໄກການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ຄັ້ງ​ທີ​ສອງ ພ້ອມ​ນີ້​ທັງຫົກ​ປະ​ເທດ​ຍັງ​ຈະ​ວາງ​ແຜນການ​ດຳ​ເນີນ​ງານ 5 ປີ​ຂອງ​ກົນ​ໄກ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳຂອງ ​ແລະ​ສະ​ເໜີ​ໂຄງການ​ຮ່ວມ​ມື​ງວດ​ທີ​ສອງ​ອອກ​ມາຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ