ນັກ​ວິ​ຊາ​ການ​ໄທຊີ້​ການ​​ຫາ​ລື​ດ້ານ​ການ​ເມືອງຄື​ທາງ​ເລືອກ​​ໜຶ່ງ​ດຽວ​ໃນ​ການ​ແກ້​ໄຂ​ບັນ​ຫາ​ທະ​ເລ​ຈີນ​ໃຕ້
2017-03-24 16:13:51  cri 
    ຕາມ​ຂ່າວ​ສາ​ນ​ຊິນ​ຮ​ວາ: ທ່ານ​ສາ​ສະ​ດາ​ຈານ ຢາງ​ປາວ​ຈູນ ນັກວິ​ຊາ​ການ​ທີ່​ຄົ້ນ​ຄວ້າ​ອາ​ຊຽນ​ຂອງ​ສະ​ຖາ​ບັນ​ສາ​ກົນ ປ​ຣິ​ດີ​ ພະ​ນົມ​ຍົງ ມະ​ຫາ​ວິ​ທະ​ຍາ​ໄລ​ທຳ​ມະ​ສາດ​ໄທ ໃຫ້​ສຳ​ພາດ​ຕໍ່​ສື່​ມວນ​ຊົນ​ໃນ​ວັນ​ທີ 22 ມີ​ນານີ້​ວ່າ: 'ການ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ​ແມ່ນ​​ທາງ​ເລືອກ​ໜຶ່ງ​ດຽວ​ໃນ​ການ​ແກ້​ໄຂ​ບັນ​ຫາ​ທະ​ເລ​ຈີນ​ໃຕ້.'

    ທ່ານ ຢາງ​ປາວ​ຈູນ ກ່າວ​ວ່າ, 'ຖະ​ແຫຼງ​ການ​ແຫ່ງ​ການ​ປະ​ພຶດ​ຂ​ອງ​ບັນ​ດາ​ຝ່າຍຕໍ່​ທ​ະ​ເລ​ຈີນ​ໃຕ້' ເປັນ​ພື້ນ​ຖານ​ທີ່​ດີ​ເພື່ອ​ປ້​ອງ​ກັນ​ບໍ່​ໃຫ້​ບັນ​ຫາ​ທະ​ເລ​ຈີ​ນ​ໃຕ້​​ເຄັ່ງ​ຕຶງ ແລະ​ຊຸກ​ຍູ້​ການ​ແກ້​ໄຂ​ບັນ​ຫາ. ແຕ່​ລັດ​ຖະ​ບານ​ຟິ​ລິບ​ປິນ​ຊຸດ​ກ່ອນ​ແລະ​ປະ​ເທດ​ອື່ນໆ​ບາງ​ປ​ະ​ເທດ ບໍ່​ໄດ້​ປະ​ຕິ​ບັດ​ຕາມ​ຖະ​ແຫຼງ​ການ​ດັ່ງ​ກ່າວ ຈຶ່ງ​ເຮັດ​ໃຫ້​ສະ​ຖາ​ນະ​ການ​ເຄັ່​ງ​ຕຶງ​ຂຶ້ນ.

    ທ່ານ ຢາງ​ປາວ​ຈູນ ເຫັນ​ວ່າ, ປັດ​ຈຸ​ບັນ, ບັນ​ຫາ​ທະ​ເລ​ຈີນ​ໃຕ້​ພວມ​ຢູ່​ໃນ​ໄລ​ຍະ​ສະ​ຫງົບ, ທຸກ​ຝ່າຍ​ທີ່​ບໍ່​ກ່ຽວຂ້ອງບໍ່​ເຂົ້າມາ​ປັ່ນ​ປ່ວນ​ກໍ່​ກວນ ແລະການ​ປຶກ​ສາ​ຫາ​ລື​​ເພື່ອແກ້​ໄຂ​ບັນ​ຫາ​ຄື​ທາງ​ເລືອກ​ທີ່​ດີ​ແລະ​​ກໍ​ເປັນ​ເສັ້ນ​ທາງດຽວເທົ່າ​ນັ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ