ສະພາຄວາມໝັ້ນຄົງສະຫະປະຊາຊາດປະມານສປປເກົາຫຼ ທົດລອງຍິງຂີປະນາວຸດ
2017-03-25 13:24:45  cri 

ວັນທີ 23 ມີນານີ້, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ອອກຖະແຫຼງການຕໍ່ສື່ມວນຊົນ ໂດຍໄດ້ກ່າວປະມານຢ່າງຮຸນແຮງຕໍ່ສປປເກົາຫຼີທີ່ທົດລອງຍິງຂີປະນາວຸດແລະທົດລອງໃຊ້ມໍເຕີຈະຫຼວດໃນຫວ່າງມໍ່ໆມານີ້, ແລະເຕືອນໃຫ້ສປປເກົາຫຼີຢຸດຕິກິດຈະກໍາຄ້າຍຄືກັນນີ້ອີກ.

ຖະແຫຼງການລະບຸວ່າ, ສະພາຄວາມໝັ້ນຄົງກ່າວຢໍ້າວ່າ, ສປປເກົາຫຼີຄວນຫຼີກລ້ຽງກິດຈະກຳຕ່າງໆທີ່ຝືນກັບມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງ ລວມທັງການທົດລອງນິວເຄຼຍ, ຄວນເຄົາລົບພັນທະຂອງຕົນຢ່າງຮອບດ້ານ. ສະພາຄວາມໝັ້ນຄົງກ່າວຢໍ້າເຖິງຄວາມສຳຄັນຂອງການຮັກສາສັນຕິພາບແລະສະຖຽນລະພາບຂອງແຫຼມເກົາຫຼີແລະອາຊີຕາເວັນອອກສຽງເໜືອ ແລະສະແດງຄວາມຍິນດີທີ່ ຕ້ອນຮັບສະມາຊິກສະພາຄວາມໝັ້ນຄົງອົງການສະຫະປະຊາຊາດແລະປະເທດອື່ນໆບັນລຸແຜນການແກ້ໄຂບັນຫາໂດຍສັນຕິແລະຮອບດ້ານໂດຍຜ່ານການເຈລະຈາກັນ. ສະພາຄວາມໝັ້ນຄົງກ່າວເນັ້ນວ່າ, ຄໍາໝັ້ນສັນຍາການປອດນິວເຄຼຍ ຢ່າງຈິງໃຈຂອງສປປເກົາຫຼີມີຄວາມສໍາຄັນຫຼາຍ ແລະການທຳຄວາມພະຍາຍາມເພື່ອຜ່ອນຄາຍສະຖານະການທີ່ເຄັ່ງດຶງຢູ່ແຫຼມເກົາຫຼີແລະພາກພື້ນອື່ນໆກໍມີຄວາມສຳຄັນເຊັ່ນດຽວກັນ.

ໂຄສົກກະຊວງການຕ່າງປະເທດສປປເກົາຫຼີກ່າວໃນວັນທີ 24 ມີນານີ້ວ່າ, ປະເທດຕົນເກົາຫຼີຕົກລົງຈະບໍ່ເຂົ້າຮ່ວມກອງປະຊຸມຂອງສະຫະປະຊາຊາດກ່ຽວກັບການເຈລະຈາສັນຍາເກືອດຫ້າມໃຊ້ອາວຸດນິວເຄຼຍທີ່ຈະຈັດຂຶ້ນໃນໄວໆນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ