ງານນິທັດສະການການສຶກສາ ດ້ານອາ ຊີ ວະສຶກສາ ແລະ ມະຫາວິທະຍາໄລ ຈັດຂຶ້ນຢູ່ຄອນຫຼວງວຽງຈັນ.
2017-03-25 17:32:39  cri 

ສະມາຄົມຈີນປະຈຳ ສປປ ລາວ ຮ່ວມກັບ ໂຮງຮຽນຫຼຽວໂຕວ໌ ໄດ້ຈັດງານນິທັດສະການການສຶກສາ ດ້ານອາຊີວະສຶກສາ ແລະ
ມະຫາວິທະຍາໄລ ປີ 2017 ໃນຕອນເຊົ້າວັນທີ 25 ມີນານີ້, ທີ່ໂຮງຮຽນຫຼຽວໂຕວ໌ ນະຄອນຫຼວງວຽງຈັນ ໂດຍການເປັນປະທານ
ທ່ານ ຫຼິນ ຈຸນຊົ່ງ ຜູ້ອໍານວຍການໃຫຍ່ ໂຮງຮຽນຫຼຽວໂຕວ໌, ເປັນກຽດເຂົ້າຮ່ວມໂດຍທ່ານ ຄຳຜາຍ ສີສະຫວັນ ຮອງລັດຖະມົນ
ຕີກະຊວງສຶກສາທິການ ແລະ ກິລາ ແຫ່ງສປປ ລາວ, ມີຫົວໜ້າພະແນກກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຄະນະ,
ບັນດາທ່ານຜູ້ອຳນວຍການໂຮງຮຽນມັດທະຍົມອ້ອມຂ້າງ, ແຂກຮັບເຊີນ, ຄູ-ອາຈານຈາກ 12 ມະຫາວິທະຍາໄລ ສປ ຈີນ, ຄູ-ອາ
ຈານ ແລະ ນ້ອງນັກຮຽນພາຍໃນໂຮງຮຽນເຂົ້າຮ່ວມ.

ທ່ານ ຄຳຜາຍ ສີສະຫວັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາກ່າວວ່າ: ຂໍສະແດງຄວາມຂອບໃຈທີ່ໄດ້ຈັດງານ
ດັ່ງກ່າວຂຶ້ນ ເພື່ອເປັນການເຜີຍແຜ່ທຶນການສຶກສາໃຫ້ແກ່ບັນດານ້ອງນັກຮຽນ-ນັກສຶກ ທີ່ຈະໄປສຶກສາຢູ່ ສປ ຈີນ ກໍຄືສະຫະລັດ
ອາເມລິກາ ແລະ ການາດາ. ມື້ນີ້, ໄດ້ມີ 12 ສະຖາບັນການສຶກສາຈາກມະຫາວິທະຍາໄລທີ່ມີສື່ສຽງຂອງໂລກໄດ້ມາຈັດງານຄັ້ງນີ້
ເຊິ່ງໃນຕະຫຼອດໄລຍະຜ່ານມາ ໄດ້ມີນັກສຶກສາຈາກບັນດາໂຮງຮຽນທີ່ມີການສອນດ້ວຍພາສາຈີນຢູ່ສປປ ລາວໄດ້ເຂົ້າຮ່ວມສອບ
ເສັງໄດ້ສຳເລັດ ຈຳນວນ 110 ຄົນ. ຫວັງວ່າ, ງານນີ້ຈະເປັນການປະກອບຄວາມຮູ້, ຂ່າວສານ ແລະ ຂໍ້ມູນໃຫ້ແກ່ບັນດາຄູ-ອາ
ຈານ, ພໍ່ແມ່ຜູ້ປົກຄອງຕະຫຼອດເຖິງນ້ອງນັກຮຽນ ໄດ້ຮູ້ຈັກການເຄື່ອນໄຫວ, ການຈັດຕັ້ງການຮຽນການສອນ, ຫຼັກສູດ. ຕະຫຼອດເຖິງ
ການດໍາລົງຊີວິດ ທີ່ອໍານວຍຄວາມສະດວກພື້ນຖານວັດຖຸເຕັກນິກ ແລະ ທຸກສິ່ງທຸກຢ່າງທີ່ປະກອບເປັນສະຖາບັນການສຶກສາໃຫ້
ແກ່ນັກຮຽນໂຮງຮຽນຫຼຽວໂຕວ໌ ກໍຄືບັນດາໂຮງຮຽນທີ່ມີຫຼັກສູດສອນພາສາຈີນໃນ ສປປ ລາວ ໄດ້ເຂົ້າໄປເສັງເອົາທຶນການສຶກສາ
ທີ່ບັນດາສະຖາບັນການສຶກສາໄດ້ມາເຜີຍແຜ່ ໃນລະຫວ່າງວັນທີ 25-27 ມີນານີ້, ເຊິ່ງເຫັນວ່າເປັນການເປີດຂອບຟ້າໃຫ້ແກ່ບັນ
ດານັກຮຽນ-ນັກສຶກສາ ຜູ້ທີ່ມີພອນສະຫວັນ, ມີຄວາມສາມາດດ້ານສະຕິປັນຍາ, ດ້ານຄຸນສົມບັດ, ມີຄວາມເຂັ້ມແຂງທາງດ້ານຮ່າງ
ກາຍ ແລະ ອາລົມຈິດ ທີ່ຈະສາມາດເຂົ້າໄປແຂ່ງຂັນຊີງເອົາບັນດາທຶນຕ່າງໆ.

ທ່ານ  ທ່ານ ຫຼິນ ຈຸນຊົ່ງ ຜູ້ອຳນວຍການໃຫຍ່ໂຮງຮຽນຫຼຽວໂຕວ໌ ກ່າວວ່າ: ງານຄັ້ງນີ້, ນອກຈາກຈະມີ 12 ມະຫາວິທະ
ຍາໄລເຂົ້າຮ່ວມແລ້ວ. ຍັງມີບັນດາຄູ-ອາຈານ ຈາກມະຫາວິທະຍາໄລດັ່ງກ່າວພ້ອມທີ່ຈະໃຫ້ຄຳແນະນຳ ແລະ ລາຍລະອຽດກ່ຽວ
ກັບຫຼັກສູດ ການຮຽນ-ການສອນ ສຳລັບນັກຮຽນ-ນັກສຶກສາຈາກໂຮງຮຽນມັດທະຍົມທົ່ວນະຄອນຫຼວງວຽງຈັນ ທີີ່ມີຄວາມສົນ
ໃຈຢາກໄປສຶກສາຕໍ່ຢູ່ ສປ ຈີນ ສາມາດເຂົ້າມາສອບຖາມກ່ຽວກັບລາຍລະອຽດໄດ້. ຫຼັງຈາກນັ້ນ, ໂຮງຮຽນຫຼຽວໂຕວ໌ຈະມີການ
ຈັດການສອບເສັງ ເພື່ອຄັດເລືອກເອົານັກສຶກສາທີ່ຈະໄປສຶກສາຕໍ່ຢູ່ມະຫາວິທະຍາໄລ ສປ ຈີນ.

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ