ນາຍົກ​ຈີນ​​ແລະ​ອົສຕຼາລີ​ຮ່ວມ​ກັນ​ຊົມ​ການ​ແຂ່ງຂັນ​ບານ​ເຕະອົສຕຼາລີ
2017-03-26 16:03:08  cri 
ຕອນ​ບ່າຍ​ວັນ​ທີ 25 ມີນາ​ນີ້ ຕາມ​ເວລາ​ທ້ອງ​ຖິ່ນ, ຢູ່​ນະຄອນ​ຊິດ​ນີຂອງ​ອົສຕຼາລີ, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນກັບ​ທ່ານ​ມາ​ໂຄມ ​ເທີນບູຣ ນາຍົກລັດຖະມົນຕີອົສຕຼາລີ​ໄດ້​ຮ່ວມ​ກັນ​ຊົມ​ການ​ແຂ່ງຂັນ​ບານ​​ເຕະ​ອົສຕຼາລີ.

ການ​ແຂ່ງຂັນ​ບານ​ເຕະ​ອົສຕຼາລີ​ໄດ້​ມີ​ປະຫວັດສາດ​ 150 ກວ່າ​ປີມາ​ແລ້ວ,ມີ​ຊື່​ສຽງ​ຍ້ອນການ​ຫຼິ້ນ​ທີ່​ມີ​ຈັງຫວະ​ໄວ ດຸ​ເດືອດ​ແລະ​ໜ້າ​ຊົມ,​​ເຊິ່ງ​ເປັນກິລາ​ປະ​ເພດ​ໜຶ່ງ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ຫຼາຍ​ທີ່​ສຸດ​ຈາກ​ປະຊາຊົນ​ອົສຕຼາລີ.

ຢູ່ສະໜາມ​ກິລາ,ຜູ້ຕາງໜ້າ​ຂອງ​ນັກ​ກິລາ​ສອງ​ທີ​ມຕ່າງ​ກໍໄດ້​ມອບ​ຜ້າພັນ​ຄໍ​ຂອງ​ທີ​ມຕົນ​ໃຫ້​ແກ່​ທ່ານ​ຫຼີ​ເຄີ້ສຽງ ​ເພື່ອ​ເປັນ​ການ​ຕ້ອນຮັບ​ທ່ານ​ທີ່​ໃຫ້​ກຽດມາ​ຊົມ​ການ​ແຂ່ງຂັນ. ທ່ານ​ຫຼີ​ເຄີ້ສຽງ​ຊີ້​ອອກ​ວ່າ: ອະລິຍະ​ທຳ​ມີ​ຫຼາກ​ຫຼາຍ​ແລະ​ມີ​ຫຼາຍ​ສີສັນ.ຍິນ​ດີ​ຕ້ອນຮັບ​ພວກ​ທ່ານ​ໄປສະ​ແດງ​ສະ​ເໜ່ຂອງ​ບານ​ເຕະ​ອົສຕຼາລີ​ຢູ່​ຈີນ, ​ເພີ່ມ​ທະວີ​ການ​ແລ​ກປ່ຽນ​ແລະການ​ຮ່ວມ​ມືດ້ານ​ວັດ​ທະນະ​ທຳ​ເຊິ່ງລວມທັງ​ກິລາ, ​ເພື່ອ​ສ້າງ​ຂົວ​ມິດຕະພາບ​ຫຼາຍ​ກວ່າ​ເກົ່າ​ໃຫ້​​ແກ່​ສອງ​ປະ​ເທດ.​
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ