ປະທານາທິບໍ​ດີ​ຟີ​ລິບ​ປິນຢືນຢັນ​ວ່າ​ຈີນ​ເປັນ​ເພື່ອນ​ບ້ານ​ໃກ້​ຄຽງ​ແລະ​ໝູ່​ເພື່ອນ​ຂອງ​ປະ​ເທດ​ຕົນ
2017-03-27 11:10:00  cri 
ວັນ​ທີ 26 ມີນາ​ນີ້, ທ່ານ​ໂຣດຣີ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິບໍດີ​ຟີ​ລິບ​ປິນ​ໄດ້​ເດີນທາງ​ເຂົ້າ​ຮ່ວມ​ກິດຈະກຳ​ສະຫຼອງ​ບຸນ​ຄາ​ມູລານຢູ່​ເມືອງ​ມາລາ​ບາ​ລາ ​ແຂວງ​ບູກິດນູນ ​ເຊິ່ງ​ເປັນ​ແຂວງ​ໃຫຍ່​ອັນ​ດັບ 8 ​ແລະ​ເປັນ​ແຂວງ​ທີ່​ບໍ່​ມີ​ທາງ​ອອກສູ່​ທະ​ເລ​ ທາງ​ພາກ​ເໜືອ​ເກາະ​ມິນ​ດາ​ນາວ​ປະ​ເທດ​ຟີ​ລິບ​ປິນ​ແລະ​ໃນ​ໂອກາດດັ່ງກ່າວ​ກໍ​ໄດ້​ກ່າວ​ປາ​ໃສ​​ໂດຍຢ້ຳ​ເຖິງ​ແນວທາງ​ຂອງ​ປະ​ເທດ​ຕົນ​ທີ່​ຫວັງ​ສ້າງສາ​ຍພົວພັນ​ກັບ​ຈີນ​ໃຫ້ແໜັ້ນ​ແຟ້ນກວ່າ​ເກົ່າ. ທ່ານ​ດູ​ເຕີ​ເຕກ່າວ​ວ່າ: "ຈີນ​ເປັນ​ເພື່ອນ​ບ້ານ​ໃກ້​ຄຽງ​ຂອງ​ຂ້ອຍ​, ຂ້ອຍ​ຕ້ອງການ​ຜູກ​ມິດ​ແລະ​ເຮັດ​ການ​ຄ້າ​ເທົ່າ​ນັ້ນ​ເພື່ອ​ເຮັດ​ໃຫ້​ປະຊາຊົນ​ຂອງ​ຂ້ອຍ​ມີ​ຄວາມສຸກ​ ​ແລະ​ປະ​ເທດ​ຊາດ​ກ້າວໜ້າ."​ແລະ "ຈີນ​ກໍໄດ້ຊ່ວຍ​ເຫຼືອ​ຟີ​ລິບ​ປິນ."

ຂ່າວ​ແຈ້ງວ່າ: ທ່ານ​ດູ​​ເຕີ​ເຕຍັງ​ຂໍຮ້ອງ​ໃຫ້ຈີນ​ຊ່ວຍ​ພັດທະນາ​ກະສິກຳ​ຟີ​ລິບ​ປິນ​ໂດຍ​ນຳ​ເຂົ້າ​ຜະລິດ​ຕະພັນ​ກະສິກຳ​ຕ່າງໆ​ເປັນ​ຕົ້ນໝາກ​ນັດ​, ​ກ້ວຍ​ຫອມ​ແລະ​ອື່ນໆ​ໃຫ້​ຫຼາຍ​ກວ່າ​​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ