ສະຖານທູ​ດລາວປະຈຳ​ສປ ຈີນ​ສະ​ເຫລີ​ມສະຫລອງ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວຄົບຮອບ 62 ປີ.
2017-03-27 16:17:37  cri 

ວັນທີ 25 ມີນານີ້,ສະຖານທູ​ດລາວປະຈຳ​ສປ ຈີນ​ໄດ້ຈັດ​ພິທີ​ສະ​ເຫລີ​ມສະຫລອງ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ  ຄົບຮອບ 62 ປີຂຶ້ນ​ທີ່​ນະຄອນຫລວງ​ປັກ​ກິ່ງ, ໂດຍການ​ເປັນ​ປະທານ ຂອງສະຫາຍ ນ. ວັນ​ດີ ບຸດ​ທະສະ​ວົງ ​ເລຂາໜວ່ຍພັກ, ​ທັງ​ເປັນເອກ​ອັກຄະ​ລັດຖະທູດ​ລາວ ປະຈຳ​ ສປຈີນ. ມີ​ຄະນະ​ນຳສະຖານທູ​ດ ​ພອ້ມດວ້ຍ ສະມາ​ຊິກ​ພັກ​ສົມບູນ ​ແລະ ສຳຮອງ​ເຂົ້າຮວ່ມ 55 ສະຫາຍ.

​ໃນ​ພິທີ​ສຳ​ຄັນ​ນີ້, ສະຫາຍ ນ. ວັນ​ດີ ບຸດ​ທະສະ​ວົງ ໄດ້ຍົກໃຫ້ເຫັນ ເຖິງການກຳເນີດ ແລະ ການ​ເຕີບ​ໃຫຍ່ຂະຫຍາຍຕົວ ຂອງພັກປະຊາຊົນ ປະຕິວັດລາວ ຕະຫລອດ​ໄລຍະ 62 ປີ​ຜ່ານ​ມາວ່າ: ນັບແຕ່ໄດ້ຮັບການ ສ້າງຕັ້ງຂຶ້ນໃນວັນທີ22ມີນາ ປີ 1955 ​ເປັນ​ຕົ້ນ​ມາ,  ພັກປະຊາຊົນ ປະຕິວັດລາວ ກໍ່ໄດ້ສືບທອດອຸດົມການ ຍິ່ງໃຫຍ່ຂອງພັກ ກອມມູນິດອິນດູຈີນ, ພັກໄດ້ກໍານົດທາດແທ້, ອຸດົມການ ແລະ ແນວທາງການ ເມືອງ ຂອງຕົນອອກ ຢ່າງຈະແຈ້ງ ເພື່ອນໍາພາ ທົ່ວປວງຊົນລາວ ຕໍ່ສູ້ກູ້ຊາດ ຕ້ານຈັກກະພັດ ຕ່າງດ້າວຜູ້ຮຸກຮານ ຍາດເອົາເອກກະລາດ ມາໃຫ້ແກ່ປະເທດຊາດ ແລະ ປະຊາຊົນ ໄດ້ຢ່າງສົມບູນ ໃນວັນທີ 2 ທັນວາປີ 1975, ນໍາພາປະຊາຊົນ ປົກປັກຮັກສາ ແລະ ພັດທະນາປະເທດຊາດ ເຮັດໃຫ້ປະຊາຊົນ ຮັ່ງມີຜາສຸກ, ປະເທດຊາດ ມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີ ປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ; ເຮັດໃຫ້ອຸດົມການ ຂອງພັກ ປະກົດເປັນຈິງ ຂຶ້ນຢ່າງເດັ່ນຊັດ ໃນແຕ່ ລະໄລຍະ.

ຫລັງ​ຈາກ​ນັ້ນ,​ຜູ້​ເຂົ້າຮວ່ມກໍ່ໄດ້​​ເຊື່ອມ​ຊຶມ​ເອກະສານ​ສຳ​ຄັນ ​ຂອງ​ພັກ, ລັດຖະບານ ​ໂດຍ​ສະ​ເພາະ ​ເອກະສານການ​ຮັບ​ຮູ້ ​ແລະ ​ເຫັນ​ແຈ້ງໝາກຜົນ​ ການຈັດຕັ້ງປະຕິບັດ ມະຕິ​ກອງ​ປະ​ຊຸມ​ໃຫຍ່​ ຄັ້ງທີ IX ຂອງ​ພັກ, ກຳແໜ້ນ​ທິດ​ທາງ​ ​ແລະ ໜ້າ​ທີ່​ຕົ້ນຕໍ​ ໃນ​ການ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດ​ຊາດ ​ໄລຍະ 5 ປີ ຕໍ່ໜ້າ ​ແລະ ​​ເອກະສານ​ການ​ຍົກ​ສູງ​ ຄວາມ​ສາມາດ​ນຳພາ, ກຳລັງ​ແຮງ​ສູ້​ຮົບ ​ທີ່​ມີ ລັກສະ ນະນຳພາ​ຂອງ​ພັກ ແລະ ເອກະສານ​ສຳ​ຄັນຕ່າງໆອີກ​ຈຳນວນໜຶ່ງ.

1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ