ປີໃໝ່ນີ້ ຄາດນັກທ່ອງທ່ຽວ ເຂົ້າເມືອງມໍລະດົກໂລກ ຫລວງພະບາງ ຫລາຍກວ່າ 5 ແສນຄົນ
2017-03-27 16:56:48  cri 
ຂປລ. ອໍານາດການປົກຄອງ ແຂວງຫລວງພະບາງ ຄາດຄະເນວ່າ ຈະມີນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ປະມານ 5
ແສນກວ່າຄົນ ເຂົ້າຮ່ວມສະເຫລີມສະຫລອງ ບຸນປີໃໝ່ລາວ ຢູ່ເມືອງມໍລະດົກໂລກ, ຂະນະທີ່ ສິ່ງອໍານວຍຄວາມສະດວກ (ໂຮງແຮມ
ແລະ ເຮືອນພັກ) ປະມານ 408 ແຫ່ງ ສາມາດຮອງຮັບ ຈໍານວນນັກທ່ອງທ່ຽວ ໄດ້ຢ່າງພຽງພໍ.

ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ ຫລວງພະບາງ ໄດ້ເປີດເຜີຍຕໍ່ນັກຂ່າວ ສໍານັກຂ່າວສານປະເທດ
ລາວ ​ເມື່ອ​ທ້າຍ​ອາທິດ​ຜ່ານ​ມາ​ນີ້​ວ່າ: ບຸນປີໃໝ່ລາວ ປະຈໍາປີ 2017 ຢູ່ແຂວງຫລວງພະບາງ ຈະເລີ່ມແຕ່ວັນທີ 10-19 ເມສາ
2017 ໃນນັ້ນ ວັນທີ 10 ເມສາ ຈະເປີດງານຕະຫລາດນັດ, ວັນທີ 11-12ຈະປະກວດ ຄັດເລືອກນາງສັງຂານ, ວັນທີ 15 ຈະຈັດ
ພິທີແຫ່ ນາງສັງຂານ ແລະ ວັນທີ 19 ແມ່ນກິດຈະກໍາປິ່ນອ້ອມອື່ນໆ. ແຕ່ປີນີ້ ຈະເປັນງານໃຫຍ່ກວ່າປີຜ່ານມາ ເພາະວ່າທາງແຂວງ
ຈະຈັດກ້ອນກໍາລັງ ແຫ່ປ້າຍໂຄສະນາ ຕ້ອນຮັບປີທ່ອງທ່ຽວ 2018 ຄາດ​ວ່າຈະມີແຂກ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ
ຈໍານວນຫລາຍທີ່ສຸດ.

ສ່ວນສິ່ງຮອງຮັບ ສໍາລັບປີໃໝ່ລາວ ປະຈໍາປີ 2017 ນີ້, ທາງອໍານາດການປົກຄອງແຂວງ ໄດ້ກະກຽມ ສິ່ງອໍານວຍຄວາມສະດວກ​
ເຊັ່ນ: ຮ້ານອາຫານ, ໂຮງແຮມ, ເຮືອນພັກ, ສະຖານທີ່ທ່ອງທ່ຽວ ແລະ ຄວາມປອດໄພ ສໍາເລັດຮຽບຮ້ອຍແລ້ວ. ແນວໃດກໍດີປັດຈຸບັນ
ສໍາລັບໂຮງແຮມ ແລະ ເຮືອນພັກ ມີລາຄາຕໍ່າກວ່າ 100 ໂດລາສະຫະລັດ ຕໍ່ຫ້ອງຕໍ່ຄືນ ມີນັກທ່ອງທ່ຽວ ​ໄດ້ຈ່ອງເຕັມໝົດແລ້ວ,
ຄາດວ່າໂຮງແຮມ ແລະ ເຮືອນພັກລາຄາ ໃນລະດັບປານກາງ ແລະ ສູງ (100ໂດລາຂຶ້ນໄປ) ​ແມ່ນມີພຽງພໍສໍາລັບນັກທ່ອງທ່ຽວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ