ຍອດ​ມູນ​ຄ່າ​ກາ​ນຄ້າ​ລະຫວ່າງ​ຈີນ​ກັບປະ​ເທດ​ຢູ່​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ບັນລຸ​ເກືອບ 1 ພັນ​ຕື້​ໂດ​ລາສະຫະລັດ
2017-03-27 15:22:15  cri 
ບົດ​ລາຍ​ງານປະຈຳປີ 2017 ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ຄ້າລະຫວ່າງ​ຈີນ​ກັບປະ​ເທດ​ຢູ່​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"  ສະບັບ​ທຳ​ອິດ​ທີ່​​​ເຜີຍ​ແຜ່​ໃນ​ມໍ່ໆ​ນີ້ ​ໄດ້​ສະ​ແດງ​​ໃຫ້​ເຫັນ​ວ່າ, ຍອດ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ກັບປະ​ເທດ​ຢູ່​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ໃນ​ປີ 2016 ບັນລຸ​ເຖິງ 953 ຕື້ 590 ລ້ານ​ໂດ​ລາ​ສະຫະລັດ ​ເຊິ່ງ​​ກວມ​ເອົາ 25,7% ​ຂອງ​ຍອດ​ມູນ​ຄ່າ​ການ​ຄ້າ​ກັບ​ຕ່າງປະ​ເທດ​ຂອງ​ຈີນ ​​ແລະ​ເພີ່ມ​ຂຶ້ນ 0,4% ​ເມື່ອ​ທຽບ​​ໃສ່ປີ 2015. ທັງ​ນີ້​ເມື່ອ​ສັງ​ເກດ​ຈາກ​ຕະຫຼາດ​ການ​ຄ້າ​ແລ້ວ​ເຫັນ​ວ່າ, ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຍັງແມ່ນ​ຈຸດໝາຍ​ປາຍທາງຂອງ​ການ​ສົ່ງ​ອອກ ​ແລະ​ນຳ​ເຂົ້າ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ຈີນ ​ໃນ​ນັ້ນ​ຫວຽດນາມ​ໄດ້​ລື່ນ​​ມາ​ເລ​ເຊຍ​ແລະ​ກາຍມາ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ຈີນ​ໃນບັນດາປະ​ເທດ​ຢູ່​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ