ພິທີນຳສະເໜີໂຄງການອາຊີຕາເວັນອອກສຽງໃຕ້ສຳລັບແຂວງເສສວນຈີນແລະສັບປະດາແລກປ່ຽນເສດຖະກິດການຄ້າແລະວັດທະນະທຳອາຊີຕາເວັນອອກສຽງໃຕ້ໄດ້ຈັດຂຶ້ນຢູ່ວິທະຍາໄລອາຊີວະສຶກສາແຂວງເສສວນໃນວັນທີ 24 ມີນານີ້ ທັງໄດ້ເປີດປ້າຍສູນແລກປ່ຽນວັດທະນະທຳສາກົນອາຊີຕາເວັນອອກສຽງໃຕ້ຢ່າງເປັນທາງການ.
ໂອກາດດັ່ງກ່າວ, ທ່ານຊິວເຊັນປິງ ກົງສຸນໃຫຍ່ມາເລເຊຍປະຈຳຄຸນມິງ ແຂວງຢຸນນານ, ທ່ານລູ້ຜິງ ຫົວໜ້າຫ້ອງການຮ່ວມມືເສດຖະກິດກັບຕ່າງປະເທດພະແນກການຄ້າແຂວງເສສວນ, ທ່ານຈິ້ງຫົງປິ່ນ ຮອງອະທິການບໍດີວິທະຍາໄລອາຊີວະສຶກສາແຂວງເສສວນໄດ້ຮ່ວມກັນເປີດປ້າຍສູນແລກປ່ຽນວັດທະນະທຳສາກົນອາຊີຕາເວັນອອກສຽງໃຕ້ ເຊິ່ງສູນດັ່ງກ່າວສ້າງຂຶ້ນພາຍໃຕ້ການຮ່ວມມືກະກຽມຂອງສູນແລກປ່ຽນວັດທະນະທຳສາກົນມາເລເຊຍ, ວິທະຍາໄລອາຊີວະສຶກສາແຂວງເສສວນແລະສະພາຮ່ວມມືການລົງທຶນແລວທາງເສດຖະກິດເສັ້ນທາງສາຍໄໝແຂວງເສສວນ.
ທ່ານຊິວເຊັນປິງ ກົງສຸນໃຫຍ່ມາເລເຊຍປະຈຳຄຸນມິງຢືນຢັນໂດຍຫວັງໃຫ້ສູນແລກປ່ຽນວັດທະນະທຳສາກົນສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດທີ່ໝັ້ນຄົງຍາວນານບົນພື້ນຖານການຮ່ວມມື ແລະແລກປ່ຽນກັນຢ່າງກວ້າງຂວາງກວ່າເກົ່າເພື່ອບັນລຸເປົ້າໝາຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.