ຮວາ​ເຫວີຍ​ສ້າງ​ບຸກຄະລາ​ກອນຂໍ້​ມູນ​ຂ່າວສານ​ແລະ​ໂທລະ​ຄົມຢູ່​ອິນ​ໂດ​ເນ​ເຊຍ
2017-03-28 16:32:18  cri 
ວັນ​ທີ 27 ມີນາ​ນີ້, ຢູ່​ນະຄອນຫຼວງ​ຈາ​ກາ​ຕາ​ປະ​ເທດອິນ​ໂດ​ເນ​ເຊຍ, ບໍລິສັດ​ຮວາ​ເຫວີຍຈີນ​ປະຈຳ​ປະ​ເທດ​ດັ່ງກ່າວ​ໄດ້​ເຊັນ​ບົດບັນທຶກ​ຄວາມ​ເຂົ້າ​ໃຈ​ກັບ​ໂຮງຮຽນ​ຊັ້ນ​ສູງ​ທີ່​ມີ​ຊື່​ສຽງ​ 7 ​ແຫ່ງ​​ເຊັ່ນ: ມະຫາວິທະຍາ​ໄລ​ອິນ​ໂດ​ເນ​ເຊຍ​ແລະວິທະຍາ​ໄລ​ວິທະຍາສາດ-ກາ​ນຊ່າງ​ບັນ​ດຸ​ງອິນ​ໂດ​ເນ​ເຊຍ​ເປັນ​ຕົ້ນ ​​ເພື່ອໄດ້​​ເລີ່​ມ​ໂຄງການຊ່ວຍ​ເຫຼືອສັງຄົມຂອງ​ວິ​ສາ​ຫະກິດ SmartGen ທີ່​ບໍລິສັດ​ຮວາ​ເຫວີຍນຳສະ​ເໜີ​ ຫວັງ​ຊ່ວຍ​ສ້າງ​ບຸກຄະລາ​ກອນ​ຂໍ້​ມູນ​ຂ່າວສານ​ແລະ​ໂທລະ​ຄົມ.

ທ່ານ ຣູດຽນຕາຣາ ລັດຖະມົນຕີ​ກະຊວງ​ໂທລະ​ຄົມ​ອິນ​ໂດ​ເນ​ເຊຍ​ໄດ້​ກ່າວ​​ສະ​ແດງ​ຄວາມ​ຂອບ​ໃຈ​​ບໍລິສັດ​ຮວາ​ເຫວີຍ​ຈີນ​ທີ່​ໄດ້ອົບ​ຮົບ​ສ້າງ​ບຸກຄະລາ​ກອນ​ດ້ານ​ໂທລະ​ຄົມ​ແລະ​ເຕັກນິກ ​ແລະ​ຊ່ວຍປະ​ເທດ​ຕົນຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຈາກ​ການ​ຫັນ​ເປັນ​​ແບບດີ​ຈີ​ຕອນ. ທ່ານ ​ໄອ​ໂນ ​ເລຂາລັດຖະມົນຕີກະຊວງ​ການສຶກສາ​ຊັ້ນ​ສູງ​ອິນ​ໂດ​ເນ​ເຊຍ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ແລະ​ສະໜັບ​ສະ​ໜູນ​ຕໍ່​ການ​ຮ່ວມ​ມື​ລະຫວ່າງ​ບໍລິສັດ​ຮວາ​ເຫວີຍ​ກັບບັນດາ​ໂຮງຮຽນ​ຊັ້ນ​ສູງ​ດັ່ງກ່າວ.

ຕາມ​ຂ່າວ​ແຈ້ງວ່າ: ພະນັກງານ​ບໍລິສັດ​ຮວາ​ເຫວີຍ​ຢູ່​ອິນ​ໂດ​ເນ​ເຊຍ​ເກືອບ 90%​ ​ເປັນ​ຄົນ​ອິນ​ໂດ​ເນ​ເຊຍ ​ແລະ​ຢູ່​ປະ​ເທດ​ນີ້​ໄດ້ມີ​ຄູ່​ຮ່ວມ​ມືຫຼາຍ​ກວ່າ 400 ​ແຫ່ງ ​​ເຊິ່ງ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳດ້ານເຕັກ​ໂນ​ໂລ​ຊີ​ທີ່​ກ້າວໜ້າ​​ໃຫ້​ແກ່​ຂະ​ແໜງ​ການ​ໂທລະ​ຄົມ​​ອິນ​ໂດ​ເນ​ເຊຍ​ຫຼາຍ​ກວ່າ 2 ໝື່ນ​ຕຳ​ແໜ່​ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ