ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ປາ​ໄສ​ໃນ​ງານ​ລ້ຽງ​ຮັບຮອງ​ທີ່​ວົງ​ການ​ຕ່າງໆ​ຂອງ​ນູ​ແວນ​ເຊ​ລັງ​ຈັດ​ໃຫ້​ຢ່າງ​ສົມ​ກຽດ
2017-03-29 10:55:23  cri 
ຕອນ​ທ່ຽງ​ວັນ​ທີ 28 ມີນາ​ນີ້, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນທີ່​ກຳລັງ​ຢ້ຽມຢາມ​ນູ​ແວນ​ເຊ​ລັງ​ຢ່າງ​ເປັນ​ທາງ​ການ​ໄດ້​ຮ່ວມ​ກັບ​ທ່ານ​ບິ​ວ ອິງ​ກລິ​ສ ນາຍົກລັດຖະມົນຕີນູ​ແວນ​ເລ​ຊັງ​ເຂົ້າ​ຮ່ວມ​ງານ​ລ້ຽງ​ຮັບຮອງ​ທີ່​ວົງ​ການ​ຕ່າງໆ​ຂອງ​ປະ​ເທດ​ດັ່ງກ່າວ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຢູ່​ໂຮງ​ແຮມ​ທີ່​ພັກ​ຂອງ​ເມືອງ​ອົກ​ແລນຢ່າງ​ສົມ​ກຽດໂດຍ​ບຸກຄົນ​ໃນ​ວົງ​ການ​ການ​ເມືອງ,ນັກທຸລະ​ກິດ​ແລະ​ນັກຮຽນ​ນັກ​ສຶກສາ​ໄດ້​ເຂົ້າ​ຮ່ວມ 500 ກວ່າ​ຄົນ​.

​ໂອກາດ​ກ່າວ​ຄຳ​ປາ​ໄສ​ໃນ​ງານ​ລ້ຽງ​ດັ່ງກ່າວ, ທ່ານ​ຫຼີ​ເຄີ້ສຽງ​ຊີ້​ໃຫ້​ເຫັນ​ວ່າ: ​ເສດຖະກິດ​ໂລກາ​ພິວັດ​ທີ່​ເນັ້ນ​ການ​ຄ້າ​ແລະ​ການ​ລົງທຶນ​ທີ່​​ເສລີ​ນັ້ນ​ຄື​ແມ່​ແຮງ​ສຳຄັນ​ໃນ​ການ​ຊຸກຍູ້​ໃຫ້​ເສດຖະກິດ​ໂລກ​ຂະຫຍາຍຕົວ​ຢ່າງ​ວ່ອງ​ໄວ.ຈີນ​ຖື​ທ່າ​ທີ​ເປີດ​ປະຕູ​ຕໍ່​ການກຳນົດການ​ຄ້າ​ເສລີ​ທີ່​ມີ​ຜົນ​ດີ​ຕໍ່​ການ​ສົ່ງ​ເສີມ​ການ​ເຊື່ອມ​ໂຍງ​ເຂົ້າ​ເປັນອັນ​ດຽວ​ກັນ​ຂອງ​ເສດຖະກິດ​ພາກ​ພື້ນ. ຈີນ-ນູ​ແວນ​ເຊ​ລັງ​ຈະ​ຮ່ວມ​ກັນ​ຊຸກຍູ້​ການ​​ເປີດ​ກວ້າງ​ແລະ​ຍົກ​ລະດັບ​ການຄ້າ​ສອງ​ຝ່າຍທັງ​ສືບ​ຕໍ່​ຮັດ​ແໜ້ນ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ​ເພື່ອ​ເຮັດ​ໃຫ້​ມິດຕະພາບ​ສອງ​ປະ​ເທດ​ຊຶມ​ເລິກ​ເຖິງ​ຈິດ​ໃຈ​ຂອງ​ປະຊາຊົນ​ຫຼາຍ​ກວ່າ​ເກົ່າ​ແລະ​ສືບ​ທອດ​ກັນ​ໄປ​ໃນ​ແຕ່ລະ​ເຊັ່ນ​ຄົນ.

ທ່ານ​ອິງ​ກລິ​ສຢືນຢັນ​ວ່າ ການ​ຢ້ຽມຢາມ​ຂອງທ່ານ​ນາຍົກ​ຫຼີ​ເຄີ້ສຽງ​ເທື່ອ​ນີ້​ຈະ​ປະກອບສ່ວນ​ ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ຂະຫຍາຍຕົວ​ຂອງ​ສາຍ​ພົວພັນ​ນູ​​ແວນ​ເຊລັງ-ຈີນ​ແລະ​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ​ຢ່າງ​ຫຼວງ​ຫຼາຍ ​ແລະ​ນູ​ແວນ​ເຊ​ລັງ​ຍິນ​ດີ​ສືບ​ຕໍ່​ເສີມ​ຂະຫຍາຍ​ສາຍ​ພົວພັນ​ພິ​ເສດ​ກັບ​ຈີນ ​ແລະສຸມ​ທຸກ​ຄວາມ​ພະຍາຍາມ​ຢ່າງຕໍ່​ເນື່ອງ​ເພື່ອ​ອະນາຄົດ​ຂອງ​ສອງ​ປະ​ເທດ​ກໍ​ຄື​ສັນຕິພາບ,ສະ​ເຖຍລະ​ພາບ​ແລະ​ການ​ພັດທະນາທີ່​ຈະ​​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ອາຊີ​ປາຊີ​ຟິກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ