ມະຫາວິທະຍາ​ໄລ​ຫຼາຍ​ແຫ່ງ​ຂອງ​ຈີນ​ເປີດ​ຫຼັກສູດ​ພາສາ​ທົ່ວ​ໄປ​ເພື່ອ​ຮັບ​ໃຊ້​ການສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"
2017-03-29 16:09:10  cri 
ກ່ອນ​ໜ້າ​ນີ້​ບໍ່​ດົນ, ກະຊວງ​ສຶກສາ​ທິການ​ຈີນ​ໄດ້​ອອກ​ແຈ້ງການຕົກລົງ​ອະນຸມັດ​ໃຫ້​ບັນຈຸ​ວິຊາ​​ໃນລະດັບ​ປະລິນຍາ​ຕີ​ຂອງ​​ໂຮງຮຽນຊັ້ນ​ສູງ​ສົກ​ປີ 2016 ​​ໂດຍ​ປະກອບ​ມີການ​ປະດິດ​ສ້າງ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ຂໍ້​ມູນ​ໃຫຍ່,ອິນ​ເຕີນ​ເນັດ​ວັດຖຸ( Internet of things(IoT)) ພາສາ​ປະ​ເທດ​ລຽບ​ຕາ​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ແລະ​ວິຊາ​ອື່ນໆ​​ເປັນຫຼັກສູດເພີ່ມ​ໃໝ່​ເທື່ອ​ນີ້.

ເພື່ອ​ຮັບ​ໃຊ້​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ແລະ​ຮັດ​ແໜ້ນ​ສາຍ​ພົວພັນ​ກັບປະ​ເທດ​ລຽບ​ຕາມ​ເສັ້ນທາງ​ດັ່ງກ່າວ, ມະຫາວິທະຍາ​ໄລ​ພາສາ​ຕ່າງປະ​ເທດ​ປັກ​ກິ່ງ,ມະຫາວິທະຍາ​ໄລ​ພາສາ​ຕ່າງປະ​ເທດ​ຊຽງ​ໄຮ,ມະຫາ​ວິທະຍາ​ໄລ​ພາສາ​ປັກ​ກິ່ງ,ວິທະຍາ​ໄລ​ພາສາສາດ​ຕ່າງປະ​ເທດ​ທີ​ສອງ​ປັກ​ກິ່ງ​ແລະ​ມະຫາວິທະຍາ​ໄລ​ ​ພາສາ​ຕ່າງປະ​ເທດ​ຕ່າງໆໄດ້​ເປີດ​ຫຼັກສູດ​ໃໝ່​ວິຊາ​ພາສາ​ທົ່ວ​ໄປເປັນ​ຕົ້ນ ພາສາ​ຕວກກີ,ອຸສ​ເບັກ,​ເບ​ລາຣຸດຊີ​ແລະ​ອື່ນໆ, ​ໃນ​ນີ້, ມະຫາວິທະຍາ​ໄລ​ພາສາ​ຕ່າງປະ​ເທດ​ປັກ​ກິ່ງ​ໄດ້​ເປີດ​ຫຼັກສູດ​ 11 ພາສາ​ທົ່ວ​ໄປເປັນ​ຕົ້ນ ພາສາສະ​ວາ​ນາ(tswana), ພາສາ​ເອັນ​ເດີ​ບີ​ລີ (Ndebele), ພາສາ​ໂຄ​ໂມຣິນ (Comorian)​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ