WFP ​​ເຜີຍ​ແຜ່ແຜນ​ຍຸດ​ທະ​ສາດ​ຂອງ​ຈີນ
2017-03-29 11:12:19  cri 
ຕາມ​ຂ່າວCRI: ວັນ​ທີ 28 ມີນາ​ນີ້ ຢູ່​ນະຄອນຫຼວງ​ປັກ​ກິ່ງ, ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​​ສະບຽງ​ອາ​ຫານ​ໂລກຫຼື WFP ​ໄດ້​ເຜີຍ​ແຜ່ແຜນ​ຍຸດ​ທະ​ສາດ​ 2017-2021 ຂອງ​ຈີນ​​ເພື່ອ​ຮ່ວມກັບກະຊວງ​ກະສິກຳ​ຈີນ​ກໍ​ຄື​ຄູ່​ຮ່ວມ​ມືອື່ນໆສ້າງ​ໂລກ​ປອດ​ຄວາມ​ອຶດ​ຫີ​ວ, ຊຸກຍູ້​ການ​ບັນລຸ​ເປົ້າ​ໝາຍ​ແຫ່ງ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ໂລກ.

ພາຍ​ໃຕ້​ຂອບຍຸດ​ທະ​ສາດ​ຂອງ​ປະ​ເທດ ​ໃນ 5 ປີ​ຕໍ່ໜ້າ, WFP ຈະສະໜັບສະໜູນ​ລັດຖະບານ​ຈີນ​ເປີດ​ກວ້າງ​ແຜນການປັບປຸງ​​ໂພຊະ​ນາ​ການ​ຂອງ​ນັກຮຽນ​​ໃນ​ນະ​ໂຍບາຍການ​ສຶກສາ​ພາກ​ບັງຄັບ​ຢູ່​ຊົນນະບົດ​ໃຫ້​ດີ​ຂຶ້ນ, ​ຊ່ວຍ​​ກະສິກອນ​ຜູ້​ທຸກ​ຍາກ,​ເພີ່ມ​ທະວີ​ການ​ສ້າງຄວາມ​ສາມາດ​​ການ​ຟື້ນ​ຟູ​ຂອງເຂດ​ທຸກ​ຍາກ​ທີ່​ມັກປະສົບ​ໄພ, ສະ​ໜັບສະ​ໜູນ​ຈີນ​ແລະ​ປະ​ເທດ​​ພວມ​ພັດທະນາ​ອື່ນໆຖອດ​ຖອນບົດຮຽນ​ດ້ານ​ຄວາມ​ປອດ​ໄພ​ຂອງ​ສະບຽບອາຫານ,​ໂພຊະ​ນາ​ການ​ແລະ​ຫຼຸດຜ່ອນ​ຄວາມທຸກ​ຍາກ  ພ້ອມ​ທັງ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມມື​ກັບ​ລັດຖະບານ,ວິ​ສາ​ຫະກິດ,ວົງ​ການ​ວິຊາ​ການ​ແລະ​ປະຊາຊົນ​ທ້ອງ​ຖິ່ນ​ຢ່າງ​ຕັ້ງໜ້າ. ​ເພື່ອ​ບັນລຸ​ເປົ້າ​ໝາຍ​ດັ່ງກ່າວ​ຕ້ອງ​ໄດ້​ໃຊ້ງົບປະມານ 29 ລ້ານ​ໂດ​ລາ​ສະຫະລັດ ​ໂດຍ​ການ​ສະໜັບສະໜູນ​ຈາກ​ພາກ​ລັດ,ວິ​ສາ​ຫະກິດ​ແລະ​ທຸກ​ຊັ້ນ​ຄົນ​ໃນ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ