ສິບ​ສອງພັ່ນ​ນາ​​ເປີດ​ເສັ້ນທາງ​ທ່ອງ​ທ່ຽວ​ອ້ອມສາມຫຼ່ຽມ​ຄຳ
2017-03-29 10:56:38  cri 
ຕາມ​ຂ່າວສານ​ຈີນ: ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​ແຂວງ​ຢຸນນານ​ຈີນ​ໄດ້​ເປີດ​ "​ເສັ້ນທາງ​ທ່ອງ​ທ່ຽວ​ສາກົນ​ອ້ອມ​ສາມຫຼ່ຽມ​ຄຳ" ​ໂດຍ​ການ​ບໍລິການ​ນັກ​ທ່ອງ​ທ່ຽວ​ດ້ວຍ​ການຂີ່​ເຮືອ​​ຕາມ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳຂອງ ​ແລະ​ຂີ່​ລົດ​​ຕາມ​ທາງ​ຫຼວງຄຸນ​ມິ​ງ-ບາງກອກ ​ເພື່ອ​​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​​ໄດ້ສຳຜັດ​ກັບ​ບັນຍາກາດ​ອັນ​ເລິກ​ລັບ​ຢູ່​ເຂດ​ອ້ອມ​ຂ້າງ​ສາມຫຼ່ຽມ​ຄຳ.

ທ່ານ​ຢ໋າງກວງ​ໂປ ຮອງ​ເລຂາ​ຄະນະ​ພັກ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​ກ່າວ​ວ່າ, ​ເສັ້ນທາງ​ທ່ອງ​ທ່ຽວ​ດັ່ງກ່າວ​ຈະ​ເປີດ​ບໍລິການ​ໃນ​ວັນ​ທີ 1 ພຶດສະພາ​ທີ່​ຈະ​​ເຖິງ​ນີ້ ​ໂດຍ​ການຂີ່​ເຮືອ​ອອກ​ຈາກ​ທ່າ​ກວນ​​ເຫຼີ​ຍ​ກິ່ງ​ແຂ​ວງສິບ​ສອງ​ພັ່ນ​ນາ, ຜ່ານ​ຊຽງ​ສຽນ​ປະ​ເທດ​ໄທ, ຕາ​ກີ​​ໄລ​ປະ​ເທດ​ມຽນມາ, ຫ້ວຍ​ຊາຍ​ແຂວງ​ບໍ່​ແກ້ວ, ​ແລະ​ບໍ່​ເຕັນ​ແຂວງຫຼວງ​ນ້ຳ​ທາ​ປະ​ເທດ​ລາວ ​ແລ້ວ​ຜ່ານ​ດ່ານ​ບໍ່​ຫານ​ກັບ​ຄືນ​​ມາ​ທ່ອງທ່ຽວ​ຢູ່​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​ຕື່ມອີກ.

ການ​ເປີດ​ເສັ້ນທາງ​ທ່ອງ​ທ່ຽວ​ດັ່ງກ່າວ​​ແມ່ນ​ລາຍການທ່ອງ​ທ່ຽວຕາມ​ນ້ຳຂອງ​ທີ່​ມີ​ຄຸນ​ນະພາ​ບ​ສູງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ