ໄຫຫຼຳສ້າງ​ສະຖິຕິ​ໂລກ​ໃໝ່​ດ້ວຍ​ການມີ 322 ຄົນ​ຕ່ຳ​ຜ້າ​ໄໝ​ພ້ອມ​ກັນ
2017-03-29 16:19:19  cri 


ຜູ້​ສືບ​ທອດ​ສີມື​ຕ່ຳ​ຜ້າ​ໄໝ​ເຜົ່າ​ຫຼີ 1200 ກວ່າ​ຄົນ​ຈາກ​ແຫ່ງ​ຕ່າງໆ​ຂອງ​ເມືອງ​ຕຸ່ງຝ່າ​ງ​ແຂວງ​ໄຫ​ຫຼຳ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ສວນສາທາລະນະ​ວັດທະນະທຳ "ວັນ​ທີ 3 ​ເດືອນ 3"​ ​ໃນ​ວັນ​ທີ 28 ມີນາ​ນີ້, ​ເມື່ອ​ເຂົ້າ​ຮ່ວມ​ກິດຈະກຳ​ທຳລາຍ​ສະຖິຕິ​ໂລກ​ກິ​​ເນສບຸກ​ໃນ​ລາຍການ​ຕ່ຳ​ຜ້າ​ໄໝ​ເຜົ່າ​ຫຼີ. ​ກຳມະການ​ສະຖິຕິ​ໂລກ​ກິ​​ເນສບຸກຢືນຢັນ​ວ່າ, ມີ 322 ຄົນ​ໄດ້​ສຳ​ເລັດ​ການ​ຕ່ຳ​ຜ້າ​ຕາມ​ກຳນົດ ​ແລະ​ໃຫ້​ຂະໜານ​ນາມ​ເມືອງ​ຕຸ່ງຝ່າງ​ເປັນ​ເມືອງ​ທີ່​ມີ "ຈຳນວນຜູ້​ຕ່ຳ​ຜ້າ​ໄໝ​ພ້ອມ​ກັນຫຼາຍ​ທີ່​ສຸດ" ​ທັງໄດ້​ຈັ​ດ​ເຂົ້າ​ໃນສະຖິຕິ​​ໂລກ​ກິ​ເນສບຸກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ