ຮອງປະທານທະນາຄານ​ກາງ​ອາ​ເມ​ລິ​ກາ​ຢືນຢັນ​ວ່າ​ປີ​ນີ້ອາດ​ຈະ​ຂຶ້ນ​ດອກ​ເບັ້ຍ​ອີກ​ສອງ​ເທື່ອ​
2017-03-30 10:26:49  cri 

ທ່ານ​ສະ​ເຕັນ​ລີ ຟີ​ເຊີ ຮອງ​ປະທານ​ທະນາຄານ​ກາງ​ສະຫະລັດ​ອາ​ເມ​ລິ​ກາ​ຫຼືFEDຢືນຢັນ​ໃນ​ວັນ​ທີ 28 ມີ​ນາ​ນີ້​ວ່າ: ເສດຖະກິດ​ອາ​ເມ​ລິ​ກາ​ກຳລັງ​ມີ​ຄວາມ​ດຸນ​ດ່ຽງ​ໂດຍ​ລວມ, ​​ແຕ່ການ​ທີ່ FEDອາດ​ຈະ​ຂຶ້ນ​ດອກ​ເບັ້ຍ​ອີກ​ສອງ​ເທື່ອ​ໃນ​ປີ​ນີ້ນັ້ນກໍມີ​ຄວາມ​ເໝາະ​ສົມ.

ໂອກາດ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ໃນ​ວັນ​ດັ່ງກ່າວ, ທ່ານ​ຟີ​ເຊີ​ກ່າວ​ວ່າ, FEDກຳລັງ​ຕິດຕາມ​ການ​ຫາລື​ນະ​ໂຍບາຍ​ການ​ເງິນ​ທີ່​ກ່ຽວຂ້ອງ​ຢ່າງ​ໃກ້ຊິດ ​ແລະ​ປັດຈຸບັນ, ຖື​ວ່າເປັນ​ການ​ກະທຳ​ທີ່​ສະຫຼາດດ້ວຍ​ການ​ຕິດຕາມການຫຼຸດ​ພາສີ​ຢ່າງ​ຫຼວງ​ຫຼາຍ​ແລະ​ແຜນການ​ລົງທຶນ​ໃສ່​ພື້ນຖານ​ໂຄງ​ລ່າງຂອງ​ລັດຖະບານ​ທຣຳ​.​ແນວ​ໃດ​ກໍ​ດີ,​ຕົນ​ກໍເປັນ​ຫ່ວງ​ຕໍ່​ລັດທິ​ປົກ​ປ້ອງ​ການ​ຄ້າ​ຮຸນ​ແຮງ​ຂຶ້ນ ທັງ​ກ່າວ​ວ່າ ນັບ​ແຕ່​ສົງຄາມ​ໂລກ​ຄັ້ງ​ທີ​ສອງ​ເປັນ​ຕົ້ນ​ມາ, ການຂະຫຍາຍຕົວ​ຂອງ​ເສດຖະກິດ​ອາ​ເມ​ລິ​ກາ​ແລະ​ປະ​ເທດ​ອື່ນໆ​ໃນ​ໂລກ​ລ້ວນ​ແຕ່​ໄດ້​ຮັບ​ຜົນ​ປະ​ໂຫຍດຈາກ​ຂະ​ບວນການ​ໂລກາ​ພິວັດ.


ປີ​ນີ້,ອົງການFED​ໄດ້​ຂຶ້ນ​ດອກ​​ເບັ້ຍ​ຄັ້ງ​ທຳ​ອິດໃນ​ວັນ​ທີ 15 ມີນາ​ນີ້ ​ແລະ​ກໍ​ເປັນ​ເທື່ອ​ທີ​ສອງ​ໃນ​ໄລຍະ 3 ​ເດືອນ​ຜ່ານ​ມາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ