ຈີນ​ແລະ​ມາ​ເລ​ເຊຍ​ຮ່ວມ​ມື​ທາງ​ການ​ທະຫານ
2017-03-30 15:20:56  cri 

ທ່ານ​ສີ​ສີ​ລ້ຽງ ຮອງ​ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ ​ແລະ ທ່ານ​ຮີ​ຊຳ​ມຸດດິນ ຮູ​ເຊ​ອິນ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ມາ​ເລ​ເຊຍ ​ໄດ້​ປຶກສາ​ຫາລື​ກັນ​ຢູ່​ນະຄອນຫຼວງ​ກົວ​ລາ​ລຳ​ເປີ ​ໃນ​ຕອນ​ເຊົ້າວັນ​ທີ 29 ມີນາ​ນີ້.

ທ່ານ​ສີ​ສີ​ລ້ຽງ ກ່າວ​ວ່າ: ນັບ​ແຕ່​ຈີນ​ແລະ​ມາ​ເລ​ເຊຍ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ເປັນຕົ້ນມາ, ການ​ຮ່ວມ​ມື​ດ້ານ​ການ​ເມືອງ, ​ເສດຖະກິດ​ການ​ຄ້າ ​ແລະ​ອື່ນໆ ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ໝາກຜົນ​ຢ່າງຫຼວງຫຼາຍ, ຂະນະ​ທີ່ການ​ພົວພັນ​ລະຫວ່າງ​ສອງ​ກອງທັບ​ກໍໄດ້​ຮັກສາ​ ​ທ່າ​ອ່ຽງທີ່​ດີ​ມາ​ໂດຍ​ຕະຫຼອດ ​ແລະ ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ ກໍ​ຂະຫຍາຍຕົວ​ເຂົ້າສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ. ​ແນວ​ໃດ​ກໍ​ດີ, ກອງທັບ​ຈີນກໍ​ຍິນ​ດີ​ຮ່ວມ​ກັບ​ມາ​ເລ​ເຊຍ ​ຊຸກຍູ້ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ກອງທັບ​ໃຫ້​ເຂົ້າສູ່​ລວງ​ເລິກ​ ​​ແລະ​ໃຫ້ການ​ຮ່ວມ​ມື​ທີ່​ແທ້​ຈິງ​​ໜັກ​ແໜ້ນ​ຍິ່ງ​ຂຶ້ນ ທັງ​ກາຍ​ເປັນ​ສິ່ງ​ຄ້ຳ​ຊູ​ທີ່​ເຂັ້ມ​ແຂງ​​ໃຫ້​ແກ່​ສາຍ​ພົວພັນ​ຄູ່​ຮ່ວມ​ຍຸດທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ ​ເພື່ອ​ປະກອບສ່ວນ​ຕໍ່​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ຢ່າງ​ຕັ້ງໜ້າ.

​ທ່ານ​ຮູ​ເຊ​ອິນ ກ່າວ​ວ່າ: ມາ​ເລ​ເຊຍ​ກໍພໍ​ໃຈ​ຕໍ່​ການ​ພົວພັນ​ໃນ​ຂົງ​ເຂດ​ຕ່າງໆ​​ໃນ​ປັດຈຸບັນລະຫວ່າງ​ສອງ​ປະ​ເທດ, ຊະ​ຕາ​ກຳ​ປະ​ເທດ​ຕົນ​ໄດ້​ພົວພັນ​ກັບ​ຈີນ ​ແລະ ທົ່ວ​ພາກ​ພື້ນ​ຢ່າງ​ແໜ້ນ​ແຟ້ນ. ​ແນວ​ໃດ​ກໍ​ດີ, ກອງທັບ​ປະ​ເທດ​ຕົນກໍ​ຫວັງຈະ​ເພີ່ມ​ທະວີ​ການ​ໄປມາຫາສູ່ ​ແລະ ຮ່ວມ​ມື​​ກັບ​ຈີນ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ໃຫ້​ໂລກ​ໄດ້​ເຫັນ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ