ເດືອນ​​ມີນາ ​ໄທ​ອະນຸມັດ​ການ​ລົງທຶນໃຫ້​ນັກທຸລະ​ກິດ​ຕ່າງປະ​ເທດ​ຫຼຸດລົງ 12%
2017-03-30 15:24:10  cri 

ຫວ່າງ​ມໍ່ໆ​ມາ​ນີ້, ກົມ​ພັດທະນາ​ການ​ຄ້າ​ໄທ​ໄດ້​ປະກາດ​ຜົນ​ການຄົ້ນຄວ້າ​ແລະ​ອະນຸມັດ​​ໃຫ້​ນັກທຸລະກິດ​ຕ່າງປະ​ເທດລົງທຶນ​ຢູ່​ປະ​ເທດ​ຕົນ​ໃນ​ເດືອນ​ມີນາ ຄື ອະນຸມັດການ​ລົງທຶນ​​ໄດ້​ພຽງ​ແຕ່ 28 ວິ​ສາ​ຫະກິດ ​ເຊິ່ງຫຼຸດລົງ 12%, ຂະນະ​ທີ່​ໃນ​ໄຕ​ມາດ​ທຳ​ອິດ​ປີ​ນີ້ກໍຫຼຸດລົງ 27,37%.

ຫົວໜ້າ​ກົມ​ພັດທະນາ​ການ​ຄ້າ​ໄທ ກ່າວ​ວ່າ: ​ເດືອນ​ມີນາ​ນີ້, ຄະນະ​ກຳມະການ​ການ​ຄ້າ​ຕ່າງປະ​ເທດ​ປະ​ເທດ​ຕົນ ​ໄດ້​ຄົ້ນຄວ້າ​ແລະ​ອະນຸມັດ​ການ​ຮ້ອງ​ຂໍ​ການ​ລົງທຶນ​​ໃຫ້ 28 ວິ​ສາ​ຫະກິດ​ຕ່າງປະ​ເທດ ​ເຊິ່ງຫຼຸດລົງ 12% ​ເມື່ອ​ທຽບ​​ໃສ່​ໄລຍະ​ດຽວ​ກັນຂອງ​ປີຜ່ານມາ; ມູນ​ຄ່າ​ການ​ລົງທຶນ​ບັນລຸ 580 ລ້ານ​ບາດ ຫຼຸດລົງ 30% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ. ຂະນະ​ທີ່​ນັກທຸລະກິດ​ຕ່າງປະ​ເທດ​ທີ່​ໄດ້​ຮັບ​ການ​ອະນຸມັດ​ເຫຼົ່ານີ້​ສ່ວນຫຼາຍ​ແມ່ນ​ນັກທຸລະກິດ​ສິງກະ​ໂປ, ຍີ່ປຸ່ນ ​ແລະ ຈີນ ​ໂດຍ​ຈະ​ເພີ່ມວຽກ​​ເຮັດ​ງານ​ທຳ​ໃຫ້​ແກ່​ປະ​ເທດ​ຕົນ​ໄດ້ 719 ຕຳ​ແໜ່​ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ