ສ້າງ​ຕັ້ງ​ແນວ​ໂຮມ​ສະ​ມາ​ຊິກ​ສະ​ພາ​ຈີນ-​ເບ​ຣ​ຊິນ
2017-03-30 16:31:55  cri 
    ຕາມ​ຂ່າວ​ສານ​ຈີນ: ພິ​ທີ​ສ້າງ​ຕັ້ງ​ແນວ​ໂຮມ​ສະ​ມ​າ​ຊິກ​ສະ​ພາ​ຈີນ-​ເບ​ຣ​ຊິນ ໄດ້​ຈັດ​ຂຶ້ນ​ຢູ່​ສະ​ພາ​ສູງເບ​ຣ​ຊິນ​ໃນຕອນບ່າຍ​ວັນ​ທີ 29 ມີ​ນານີ້ ໂດຍເຈົ້າ​ໜ້າ​ທີ່​ການ​ທູດ​ຈີນ​ປະ​ຈຳປະ​ເທດ​ດັ່ງ​ກ່າວ, ສະ​ມາ​ຊິກ​ແນວ​ໂຮມ ພ້ອມ​ດ້ວຍຜູ້​ຕາງ​ໜ້າ​ຈີນ​ຕ່າງ​ດ້າວ​ແລະ​ຊາວ​​ເບ​ຣ​ຊິນ​ເຊື້ອ​ສາຍ​ຈີນ​ເຂົ້າ​ຮ່ວມ 400 ກວ່າ​ຄົນ.

    ທ່ານ ຫຼີ​ຈີ່ນ​ຈ່າງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ເບ​ຣ​ຊິນ ໄດ້​ກ່າວ​ຊົມ​ເຊີຍ​ການ​ສ້າງ​ຕັ້ງ​ແນວ​ໂຮມ​ດັ່ງ​ກ່າວ ແລະ​ຫວັງ​ວ່າ ສະ​ມາ​ຊິກ​ແນວ​ໂຮມ​ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ແລະ​ຈັດ​ຕັ້ງ​ປະ​ຕິ​ບັດ​ໜ້າ​ທີ່ຂອງ​ຕົນ​ຢ່າງ​ເຕັມ​ສ່ວນ ເພື່ອປະ​ກອບ​ສ່ວນ​ສົ່ງ​ເສີມ​ມິດ​ຕະ​ພາບ​ຈີນ-ເບຼ​ຊິນ​ໃຫ້​ກ້າວໜ້າ​ຢ່າງ​ບໍ່​ຢຸດຢັ້ງ.

    ໃນ​ພິ​ທີ​ດັ່ງ​ກ່າວ, ແນວ​ໂຮມ​ສະ​ມາ​ຊິກ​ສະ​ພາ​ຈີນ​-​ເບ​ຣ​ຊິນ ໄດ້​ມອບຫຼຽນ​ໄຊ​ ໃຫ້​ທ່ານ ຫຼີ​ຈີ່ນ​ຈ່າງ​ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ເບ​ຣ​ຊິນ, ທ່ານ ຈູ່​ຊູ່​ຈົ່ງ ປະ​ທານ​ແລະ​ທ່ານ ເຢ້​ຊຸ້ຍ​ຢົງ ປະ​ທານ​ກະ​ຕິ​ມະ​ສັກສະ​ມາ​ຄົມ​ຊາວ-ເບ​ຣ​ຊິນ​ເຊື້ອ​ສາຍ​ຈີນ​ຂອງ​ເບຼ​ຊິນ​ທີ່​ໄດ້​ປະ​ກອບ​ພັດ​ທະ​ນາ​ແລະ​ສົ່ງ​ເສີມ​ສາຍ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ