ມຽນມາ​ປະກາດ​ຈະ​ມີອີກ​ 5 ກອງ​ກຳລັງປະກອບ​ອາວຸດ​ຊົນ​ເຜົ່າ​ລົ​ງນາມ​ໃນ​ສັນຍາ​ຢຸດ​ຍິງ​ທົ່ວ​ປະ​ເທດ
2017-03-31 11:21:32  cri 

ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງມຽນມາຖະ​ແຫຼງ​ໃນ​ຕອນ​ຄ່ຳ​ວັນ​ທີ 30 ມີນາ​ນີ້​ວ່າ ຈະມີ​ອີກ 5 ກອງ​ກຳລັງປະກອບ​ອາວຸດ​ຊົນ​ເຜົ່າ​ລົ​ງນາມ​ໃນ​ສັນຍາ​ຢຸດ​ຍິງ​ທົ່ວ​ປະ​ເທດ.

ຖະ​ແຫຼງການ​ລະບຸ​ວ່າ: ຕອນ​ຄ່ຳ​ວັນ​ດັ່ງກ່າວ, ທ່ານ​ນາງ​ອອງຊານ​ຊູ​ຈີ ທີ່​ປຶກສາ​ແຫ່ງ​ລັດ​ມຽນມາ ​ໄດ້​ກ່າວ​ປາ​ໄສ​ໃຫ້​ທົ່ວ​ປະ​ເທດ​ຮູ້ວ່າ: ຈະ​ມີ​ອີກ 5 ກອງກຳລັງ​ປະກອບ​ອາວຸດ​ຊົນ​ເຜົ່າ​ທ້ອງ​ຖິ່ນ​ຈາກ​ຄະນະ​ກຳມະການ​ປະສົມ​ສະຫະພັນ​ຊົນ​ເຜົ່າ​ ລົງ​ນາມ​ໃນ​ສັນຍາ​ຢຸດ​ຍິງ​ທົ່ວ​ປະ​ເທດ ​ໄດ້​ແກ່ KNPP, LDU, NMSP ​ແລະ WNO.

ປັດຈຸບັນ, ກອງ​ກຳລັງປະກອບ​ອາວຸດ​ຊົນ​ເຜົ່າ ທີ່​ທາງ​ການ​ມຽນມາ​ປະກາດ​ນັ້ນມີ 21 ກອງກຳລັງ ​ແລະ ນັບ​ແຕ່​ເດືອນ​ພະຈິກ​ປີ 2013 ​ເປັນຕົ້ນມາ, ລັດຖະບານ​ມຽນມາ​ແລະ​ກອງກຳລັງ​ປະ​ອາວຸດຊົນ​ເຜົ່າ ​ໄດ້​ເຈລະຈາ​ກັນ 9 ຮອບ ​ແລະ​ໃນ​ທີ່​ສຸດ​ໄດ້​ຮ່ວມ​ກັບ​ຜູ້ນຳ 8 ກອງກຳລັງ​ປະກອບ​ອວຸດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ລົງ​ນາມ​ໃນ​ສັນຍາ​ຢຸດ​ຍິງ​ທົ່ວ​ປະ​ເທດ​ເມື່ອ​ເດືອນ​ຕຸລາ​ປີ 2015.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ