ຈີນ​ເນັ້ນ​ອະນຸລັກ, ຄຸ້ມ​ຄອງ​ແລະ​ນຳ​ໃຊ້​ຊາຍ​ຝັ່ງທະ​ເລ​ປະ​ເທດ​ຕົນ
2017-03-31 17:29:21  cri 

ອົງການ​ທະ​ເລ​ແຫ່ງ​ຊາດ​ຈີນ​ໄດ້​ຕອບ​ສະໜອງ "ວິທີ​ການ​ອະນຸລັກ, ຄຸ້ມ​ຄອງ​ແລະ​ນຳ​ໃຊ້​ຊາຍ​ຝັ່ງ​ທະ​ເລ" ​ ໃນ​ວັນ​ທີ 31 ມີນາ​ນີ້, ຂະນະ​ທີ່​ເຈົ້າໜ້າ​ທີ່​ອົງການ​ດັ່ງກ່າວ​ໄດ້​ຢືນຢັນ​​ວ່າ: ​ເມື່ອ​ຮອດ​ປີ 2020, ຈະ​ຮັບປະກັນ​ໃຫ້​ຊາຍ​ຝັ່ງ​ທະ​ເລ​ທຳ​ມະ​ຊາດກວມ​ເອົາ 35% ​ແລະ ຈຳກັດ​ໂຄງ​ການ​ກໍ່ສ້າງທີ່ກວມ​ຊາຍ​ຝັ່ງ​ທະ​ເລ​ທຳ​ມະ​ຊາດ​ຢ່າງ​ເຂັ້ມງວດ ທັງ​ດຳ​ເນີນ​ການ​ປັບປຸງ​ຊາຍຝັ່ງ​ທະ​ເ​ລ.

ຊາຍ​ຝັ່ງ​ທະ​ເລ​ຂອງ​ແຜ່ນດິນ​​ໃຫຍ່​ຈີນ​ຍາວ 1 ໝື່ນ 8000 ກິ​ໂລ​ແມັດ, ຂະນະ​ທີ່ພື້ນ​ທີ່​ໃກ້​ທະ​ເລ ລວມທັງທາງບົກ ​ແລະ ​ທາງ​ທະ​ເລ ​ໄດ້​ກາຍ​ເປັນ​ເຂດ​ສຳຄັນ​ທີ່​ເສດຖະກິດ​ຂະຫຍາຍຕົວ​ຢ່າງ​ແຂງ​ແຮງ ​ແລະ ສັງຄົມກໍ​ຈະ​ເລີ​ນສີວິ​ໄລ ​ແລະ​​ເຂດ​ຊາຍ​ຝັ່ງ​ທະ​ເລ​ທີ່​ຢືນຢັນ​ເຖິງ​ອຳນາດ​ອະທິປະ​ໄຕ​ແລ້ວນັ້ນ, ປະກອບ​ມີ​ເຂດ​ທະ​ເລ​ທີ່​ນຳໃຊ້​​ລ້ຽງສັດ​ໃນ​ນ້ຳ​ກວມ​ປະມານ 55%, ​ໃຊ້​​ໃນ​ການ​ຄົມມະນາຄົມ​ຂົນ​ສົ່ງ​ກວມ​ປະມານ 10%, ​ໃຊ້​ໃນ​ການ​ຖົມ​ດິນ​​ເພື່ອ​ຂະຫຍາຍ​ຂອບ​ເຂດ​ຕົວ​ເມືອງ​ກວມ​ປະມານ 12% ​ແລະ ​ໃຊ້​ໃນ​ຂະ​ແໜງອຸດສາ​ຫະກຳ​​ປະມານ 7%.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ