ຮອງ​ນາຍົກ​ຈີນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ຂົ້ວ​ໂລກ​ເໜືອ​ສາກົນ​ຄັ້ງ​ທີ 4
2017-03-31 17:54:27  cri 
ຕາມ​ຂ່າວCRI: ​ໃນ​ວັນ​ທີ 29 ຫາ​ວັນ​ທີ 30 ມີນາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ທ່ານ ຫວ່າງ​ຢາງ ຮອງ​ນາຍົກລັດຖະມົນຕີຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ຂົ້ວ​ໂລກ​ເໜືອ​ສາກົນ "ຂົ້ວ​ໂລກ​ເໜືອ - ພາກ​ພື້ນ​ແຫ່ງ​ການ​ເຈລະຈາ" ຄັ້ງ​ທີ 4 ທີ່​ຈັດຂຶ້ນ​ຢູ່​ເມືອງ​ອັກ​ຮານ​ເກນຂອງຣັດ​ເຊຍ​ຕາມ​ຄຳ​ເຊີນ. ຂະນະ​ທີ່ຜູ້ຕາງໜ້າ​ວົງ​ການ​ການ​ເມືອງ,ການ​ຄ້າ​ແລະ​ນັກ​ວິຊາ​ການ​ຈາກ 30 ປະ​ເທດ​​ເຊັ່ນ: ອາ​ເມ​ລິ​ກາ, ກາ​ນາ​ດາ, ​ແຟງ​ລັງ, ດານ​ມາກ, ນັອກ​ແວ​ ແລະ ​ອິສລັງ​ເປັນ​ຕົ້ນ 3.000 ກວ່າ​ທ່ານ​ກໍໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເຊັ່ນ​ດຽວ​ກັນ.

ທ່ານ ຫວ່າງ​ຢາງ ກ່າວ​ວ່າ: ຈີນ​ແມ່ນ​ປະ​ເທດ​ທີ່ມີ​ສ່ວນກ່ຽວຂ້ອງ​ກັບ​ຜົນ​ປະ​ໂຫຍ​ດທີ່​ສຳຄັນ​ໃນ​​ວຽກ​ງານຂອງ​ຂົ້ວ​ໂລກ​ເໜືອ​ແລະ​ໄດ້​ເຂົ້າ​ຮ່ວມ​ວຽກ​ງານຂົ້ວ​ໂລກ​ເໜືອ​ຕາມ​ກົດໝາຍ​ມາ​​ແຕ່ດົນ​ແລ້ວ. ຂະນະ​ດຽວ​ກັນ​ກໍ​ຍັງ​ແມ່ນ​ຜູ້​ເຂົ້າ​ຮ່ວມ,ຜູ້ກໍ່ສ້າງ​ແລະຜູ້​​ປະກອບສ່ວນ​​​​ໃນ​ວຽກ​ງານ​ຂອງຂົ້ວ​ໂລກ​ເໜືອ ທັງມີ​ຄວາມ​ສາມາດ​ເສີມ​ຂະຫຍາຍ​ບົດບາດ​ທີ່​​ໃຫຍ່​ຫຼວງ​ກວ່າ​ເກົ່າ​ຕໍ່ການ​ພັດທະນາ​ແລະ​ການ​ຮ່ວມ​ມື​ຂອງ​ຂົ້ວ​ໂລກ​ເໜືອ. ພ້ອມ​ນີ້​ກໍ​​ໄດ້ຍຶດໝັ້ນ 3 ​ນະ​ໂຍບາຍ​ຄື: ຄວາມ​ເຄົາລົບ,ການ​ຮ່ວມ​ມື,ການ​ພັດທະນາ​ແບບ​ຍືນ​ຍົງ​​ ຂະນະ​ທີ່ເຂົ້າ​ຮ່ວມ​ວຽກ​ງານ​ຂົ້ວ​ໂລກ​ເໜືອ ທັງຍິນ​ດີ​ຮ່ວມ​ກັບ​ບັນດາ​ປະ​ເທດ​ລົງ​ເລິກ​ການ​ແລກປ່ຽນ,​ເປີດ​ກວ້າງ​ການ​ຮ່ວມ​ມື ​ເພື່ອຮ່ວມ​ກັນ​ສ້າງ​ອະນາຄົດ​ໃໝ່​ທີ່​ດີ​ຂອງ​ຂົ້ວ​ໂລກ​ເໜືອ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ