ອິນ​ໂດ​ເນ​ເຊຍ​ຈະ​ປົກ​ປັກ​ຮັກ​ສາ​ສິດ​ຜົນ​ປະ​ໂຫຍດ​ຂອງ​ນັກ​ທ່ອງ​ທ່ຽວ​ຈີນ​ໃຫ້ຫຼາຍກວ່າ​ເກົ່າ
2017-03-31 16:53:16  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ທ່ານ ອາ​ຣີ​ເອັ​ຟ  ຢາ​ເຮ​ຢາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ທ່ອງ​ທ່ຽວ​ອິນ​ໂດ​ເນ​ເຊຍ​ ກ່າວ​ໃນ​ວັນ​ທີ 29 ມີ​ນານີ້​ວ່າ, ປະ​ເທດ​ຕົນ​ໄດ້ ແລະ​ຈະ​ສືບ​ຕໍ່​​ຮ່ວມ​ກັບ​ສະ​ຖານ​ທູດ​ແລະ​ສະ​ຖານ​ກົງ​ສຸນ​ຈີນ​ປະ​ຈຳ​ປະ​ເທດ​ຕົນ ເພື່ອ​ປົກ​ປັກ​ຮັກ​ສາ​ຄວາມ​ປອດ​ໄພ​ແລະ​ສິດ​ທິ​ຜົນ​ປະ​ໂຫຍດ​ທີ່​ຊອບ​ດ້ວຍ​ກົດ​ໝາຍ​ຂອງ​ນັກ​ທ່ອງ​ທ່ຽວ​ຈີນ​ຢູ່​ປະ​ເທດ​ຕົນ, ພ້ອມ​ທັງ​ໃຫ້​ການ​ບໍ​ລິ​ການ​ທີ່​ສະ​ດວກແລະ​ດີກວ່າ​ເກົ່າ ແລະ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ແກ່​ນັກ​ທ່ອ​ງ​ທ່ຽວ​ຈີນ​ໃຫ້​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດຢັ້ງ.

    ທ່ານ ອາ​ຣີ​ເຢັ​ຟ ​ກ່າວ​ບັນ​ຫາດັ່ງ​ກ່າວ​ໃນ​ໂອ​ກາດ​ພົບ​ປະ​ກັບ​ທ່ານ ເຊ້​ເຟິ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອິນ​ໂດ​ເນ​ເຊຍ ແລະທ່ານກໍ​ໄດ້​ກ່າວ​ຕື່​ມ​ວ່າ: ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ແຫຼ່ງ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ປະ​ເທດ​ຕົນ, ​ຂໍ​ສະ​ແດງ​ຄວາມຂອບ​ໃຈ​ຈີນ​ທີ່​ໄດ້​​ສຸມ​ທຸກພະ​ຍາ​ຍາມ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ສອງ​ປະ​ເທດ​ຕະຫຼອດ​ມາ ແລະ​ຫວັງ​ວ່າ ສອງ​ຝ່າຍ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ອົບ​ຮົມ​ຜູ້ນຳ​ທ່ຽວ​ດ້ວຍ​ພາ​ສາ​ຈີນ, ເປີດ​ເສັ້ນ​ທາງ​ການ​ບິນ​ໂດຍ​ກົງ​ໃຫ້ຫຼາຍກວ່າ​ເກົ່າ ແລະ​ດຶງ​ດູດ​ການ​ລົງ​ທຶນ​ຈາກ​ຈີນ.

    ທ່ານ​ເຊ້​ເຟິ່ງ​ກ່າວ​ໂດຍ​ຄາດ​ວ່າ, ໃນ 5 ປີ​ຕໍ່​ໜ້າ, ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ໄປ​ທ່ຽວ​ຕ່າງ​ປະ​ເທດ ຈະ​ບັນ​ລຸ 700 ລ້ານ​ເທື່ອ​ຄົນ ໂດຍ​ສະ​ເລ່ຍ 140 ລ້ານ​ເທື່ອ​ຄົນຕໍ່​ປີ, ໃນ​ນັ້ນ ສ່ວນຫຼາຍ​ຈະ​ໄປ​ທ່ຽວ​ປະ​ເທດ​ແລະ​ເຂດ​ແຄວ້ນ​ອ້ອມ​ຂ້າງ, ຂະ​ນະ​ດຽວ​ກັນ, ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ໄປ​ທ່ຽວ​ອິນ​ໂດ​ເນ​ເຊ​ຍນັ້ນ ຍັງ​ຈະ​ເພີ່ມ​ຂຶ້ນ​ອີກ ເຊິ່ງການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ດ້ານນີ້ ​ຍັງມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​​ຢ່າງມະ​ຫາ​ສານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ