ເດືອນ​ມີນາ​ຜ່ານ​ມາ ໄທ​ມ້າງ​ຄະດີ​ຢາ​ເສບ​ຕິດ​ໄດ້ 685 ລາຍ​ແລະຈັບ​ຜູ້​ຕ້ອງ​ສົງ​ໄສ​ໄດ້ 700 ກວ່າ​ຄົນ
2017-04-01 10:58:33  cri 
ຕອນ​ບ່າຍ​ວັນ​ທີ 31 ມີນາ​​ຜ່ານ​ມາ, ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄທ​ໄດ້​ຖະ​ແຫຼ​ງຂ່າວ​ວ່າ: ​​ເດືອນມີນາຜ່ານ​ມາ, ​ສາມາດ​ມ້າງ​ຄະດີ​​ຢາ​ເສບ​ຕິດ​ໄດ້ 685 ລາຍ ​ແລະ​ສາມາດ​ຈັບຜູ້​ຕ້ອງ​ສົງ​ໄສ​ຄ້າ​ຢາ​ເສບ​ຕິດ, ຜູ້​ມີ​ຢາ​ເສບ​ຕິດ​ໄວ້​ຄອບ​ຄອງ,ຜູ້​​ເສບຢາ​ເສບ​ຕິດ​ແລະ​ອື່ນໆ 713 ຄົນ.

​ຜົນ​ຂອງ​ການມ້າງ​ຄະດີ​ດັ່ງກ່າວ, ຕຳຫຼວດສາມາດ​ຍຶດ​​ຢ​າ​ເສບ​ຕິດ​ໄດ້​ເປັນ​ຈຳນວນ​ຫຼາຍເຊັ່ນ: ຢາ​ໄອສ໌ 620 ກວ່າກິ​ໂລ, ຢາ​ບ້າ 1 ​ແສນ 5 ໝື່ນ​​ເມັດ,​ກັນຊາ 10 ​ໂຕນ​ ແລະ ເຮ​​ໂລ​ອິນ 7 ກິ​ໂລ​ເປັນ​ຕົ້ນ.

ຂະນະ​ດຽວ​ກັນ, ພາກສ່ວນ​ປະຕິບັດ​ກົດໝາຍ​ຂອງ​ໄທ​ກໍ​ຍຶດປືນໄດ້ 48 ກະບອກແລະ​ລູກປືນ 140 ກວ່າ​ລູກ, ພ້ອມ​ທັງ​​ຍຶດ​​ເຮືອນ,ລົດ​ແລະ​ເງິນສົດຂອງ​ຜູ້​ທີ່​ກ່ຽວຂ້ອງ​ກັບ​ຢາ​ເສບ​ຕິດ​ໃນມູນ​ຄ່າ​ຫຼາຍ​ກວ່າ 15 ລ້ານ​ບາດຫຼືປະມານ 3 ລ້ານ​ຢວນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ