ຕົກ​ລົງ​ແຕ່ງ​ຕັ້ງທ່າ​ນນາງ​ແຄຣີ​ແລມ​ແຈງ​ເຢັດ​ງໍ​ເປັນ​ຜູ້​ວ່າການ​ເຂດ​ພິ​ເສດ​ຮົງ​ກົງ​ຊຸດ​ທີ 5
2017-04-01 15:37:43  cri 
ວັນ​ທີ 31 ມີນາ​ຜ່ານ​ມາ, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​​ໄດ້ເປັນ​ປະທານ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 7 ຂອງ​ຄະນະ​ລັດຖະບານ​ຈີນ, ​ແລະ​ໃນ​ກອງ​ປະຊຸມດັ່ງກ່າວ​ໄດ້​ພິຈາລະນາ​ບົດ​ລາຍງານ​ຂອງ​ອົງການ​ປົກຄອງ​ເຂດ​ບໍລິ​ຫານພິ​ເສດ​ຮົງ​ກົງ​ກ່ຽວ​ກັບຜົນ​ການ​ເລືອກ​ຕັ້ງ​ຜູ້​ວ່າການ​ເຂດບໍລິຫານ​ພິ​ເສດ​ຮົງ​ກົງ​ຊຸດ​ທີ 5, ​ໂດຍທ່ານ​ນາງແຄຣີ​ແລມ​ແຈງ​ເຢັດ​ງໍ​​​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​. ຈາກ​ນີ້​ຄະນະ​ລັດຖະບານ​ຈີນ​ຈຶ່ງ​ໄດ້​ຕົກລົງ​ແຕ່ງ​ຕັ້ງທ່າ​ນ​ເປັນ​ຜູ້​ວ່າການ​ເຂດ​ພິ​ເສດ​ຮົງ​ກົງ, ​ແລະຈະ​ຂຶ້ນ​ຮັບ​ຕຳ​ແໜ່​ງ​ໃນ​ວັນ​ທີ 1 ກໍລະກົດ​ປີ 2017.

ພາຍຫຼັງ​ເປັນ​ເອກະ​ພາບ​ບັນຫາ​ດັ່ງກ່າວ, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນກໍ​ໄດ້​ລົງ​ນາມ​ໃນລັດຖະດຳລັດ​ເລກທີ 678 ວ່າ​ດ້ວຍ​ການແຕ່ງ​ຕັ້ງທ່ານນາງ ແຄຣີ​ແລມ​ແຈງ​ເຢັດ​ງໍ​​ເປັນ​ຜູ້​ວ່າການ​ເຂດ​ພິ​ເສດ​ຮົງ​ກົງ​ຊຸດ​ທີ 5.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ