ນາ​ຍົກ​ແຊັກ​ບີ​ປະກາດ​ໄດ້​ເອົາ​ຊະນະ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ
2017-04-03 15:04:22  cri 

ຕອນ​ຄ່ຳ​ວັນ​ທີ 2 ​ເມ​ສາ​ນີ້, ​​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ສຳ​ນັກ​ງານ​ໃຫຍ່​ພັກ​ກ້າວໜ້າເຊິ່ງ​ເປັນ​ພັກກຳອຳນາດ, ທ່ານ​ອາ​ລິກຊານດາ ວູຊິກ ນາຍົກລັດຖະມົນຕີແຊັກ​ບີ, ປະທານ​ພັກ​ກ້າວໜ້າ ​ກ່າວ​ວ່າ, ທ່ານ​ໄດ້​ຮັບ​​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ.    ​​ແຊັກ​ບີ​ໄດ້​ຈັດການ​​ເລືອກ​ຕັ້ງ​ປະທານາທິບໍດີ​ໃນວັນ​ທີ 2 ​ເມສາ​ນີ້. ອີງ​ຕາມ​ຜົນການ​ນັບ​ບັດ​ເບື້ອງ​ຕົ້ນ​ທີ່​ຄະນະ​ກຳມະການ​ເລືອກ​ຕັ້ງ​ແຊັກ​ບີ​ປະກາດ​ນັ້ນ, ​ໃນບັດ​ເລືອກ​ຕັ້ງ 56,56% ທີ່​ໄດ້​ສະຖິຕິ​ແລ້ວ​ນັ້ນ, ທ່ານ​ວູຊີກ​ໄດ້​ຮັບ​ບັດ 57,03%.

ໃນ​ກອງ​ປະຊຸມ​ຂ່າວ, ທ່ານ​ອາ​ລິກຊານ​ດາ ວູຊີກ​ກ່າວ​ວ່າ, ລັດຖະບານ​ຊຸດ​ໃໝ່​ຈະ​ສ້າງ​ຕັ້ງ​ຂຶ້ນ​ພາຍ​ໃນ​ 2 ​ເດືອນ, ​ໃນ​ໄລຍະ​ນີ້​ທ່ານ​ຍັງ​​ເປັນ​ນາຍົກລັດຖະມົນຕີ. ທ່ານ​ຍັງ​ກ່າວ​ວ່າ, ​ແຊັກ​ບີ​ຈະ​ສືບ​ຕໍ່​ຍຶດໝັ້ນ​ດຳ​ເນີນ​ການ​ປະຕິ​ຮູບ ​ແລະ ​ໂຈມ​ຕີ​ການ​ສໍ້​ລາດ​ບັງ​ຫຼວງ, ​ແລະ​ສະ​ແຫວ​ງຫາ​​ເຂົ້າ​ເປັນ​ສະມາຊິກ​ສະຫະພາບ​ເອີ​ລົບ, ພ້ອມ​ທັງ​ຮັກສາ​ການ​ພົວພັນ​ໄມຕີຈິດກັບຣັດ​ເຊຍ ​ແລະ ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ