ທ່ານ​ເຄວິນ ຣຸດລົມ​ການ​ພົບ​ປະລະ​ຫວ່າງ​ປະມຸກ​ລັດ​ຈີນ​ອາ​ເມ​ລິ​ກາ: ​ໂລກ​ມີ​ຄວາມ​ມຸ່ງ​ຫວັງຕໍ່​ຈີນ​ຫຼາຍ​ກວ່າ​ເກົ່າ​
2017-04-04 17:08:16  cri 

ໂດຍ​ຕອບສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ໂດ​ນັນ ທຣໍາ ປະ​ທາ​ນາ​ທິບໍດີ​ອາ​ເມ​ລິ​ກາ, ທ່ານ​ສີ​ຈີ້​ນຜິ​ງ ປະທານ​ປະ​ເທດ​ຈີນ​ຈະ​ພົບ​ປະກັບ​ທ່ານ​ທຣໍາຢູ່​ລັດ​​ໂຟຼຣີດາ​ຂອງ​ອາ​ເມ​ລິ​ກາ. ​ໃນ​ຖານ​ເປັນ​ການ​ພົບ​ປະລະຫວ່າງປະມຸກ​ລັດ​ຈີນ​​ອາ​ເມ​ລິ​ກາ​ເທື່ອ​ທຳ​ອິດພາຍຫຼັງ​ລັດຖະບານ​ໃໝ່​ອາ​ເມ​ລິ​ກາ​ຂຶ້ນຮັບ​ຕຳ​​ແໜ່​ງ, ການ​ພົບ​ປະ​ເທື່ອ​ນີ້​ໄດ້​ຮັບ​ຄວາ​ມສົນ​ໃຈ​ໃນ​ລະດັບ​ສູງ​ຈາກວົງ​ການ​ຕ່າງໆ. ປະມຸກ​ລັດ​ສອງ​ປະ​ເທດ​ຈະ​ວາງ​ແຜນການ​ທິດ​ທາງ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາ​ໃນ​ໄລຍະ​ໃໝ່​ແນວ​ໃດ, ຈະ​ເປິກສາຫາລື​ຫົວ​ຂໍ້​​ໃດ​ແດ່​ຂອງທົວ​ໂລກ, ພາກ​ພື້ນ​ແລະ​ສອງ​ຝ່າຍ​​​ທີ່​ສົນ​ໃຈ​ນຳ​ກັນ? ກ່ຽວ​ກັບ​ບັນຫາ​ນີ້, ນັກ​ຂ່າວ CRI ​ໄດ້​ສຳພາດ​ທ່ານ​ເຄວິນ ຣຸດ ອະດີດ​ນາ​ຍົກ​ລັດຖະມົນຕີ​ອົສຕຼາລີ, ປະທານ​ສະ​ຖາ​ບັນ​ຄົ້ນຄວ້າ​ນະ​ໂຍບາຍສະມາຄົມ​ອາຊີຂອງ​ອາ​ເມ​ລິ​ກາ​ໃນ​ປັດຈຸບັນຢູ່​ນິວຢອກ.

ທ່າ​ນ​ເຄວິນ ຣຸດກ່າວ​ວ່າ, ຜູ້ນຳ​ສອງ​ປະ​ເທດ​ຈີນ​ອາ​ເມ​ລິ​ກາ​ໄດ້​ບັນລຸ​ການ​ພົບ​ປະ​ໃນ​ເວລາ​ທີ່​ທ່ານ​ທຣໍາຂຶ້ນຮັບ​ຕຳ​ແໜ່​ງບໍ່​ຮອດ 100 ມື້, ​ຈະ​ສ້າງ​ສະຖານະ​ການ​ອັນ​ດີງາມ​ໃຫ້​ແກ່​ການ​ກຳນົດທິດ​ທາງ​ຂະຫຍາຍການ​ພົວພັນ​ຈີນ​ອາ​ເມ​ລິ​ກາ​ໃນ​ໄລຍະ​ໃໝ່​ແລະຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​​ໃຫ້​ກ້າວ​ໄປ​ໜ້າ​ບົນ​ຈຸດ​ເລີ່​ມຕົ້ນ​ໃໝ່.

​ໃນ​​ເວລາເວົ້າ​ເຖິງ​ຫົວ​ຂໍ້ທີ່​ອາດ​ຈະ​ເປິກສາ​ຂອງ​ການ​ພົບ​ປະລະ​ຫວ່າງ​ປະມຸກ​ລັດ​ຈີນ​ອາ​ເມ​ລິ​ກາ​ເທື່ອ​ນີ້, ທ່ານ​ເຄວິນຣຸດຊີ້ອອກ​ວ່າ, ການ​ພົວພັນ​ເສດຖະກິດ​ການ​ຄ້າ​ຈີນ​ອາ​ເມ​ລິ​ກາ​ຈະ​ແມ່ນ​ຫົວຂໍ້ສຳຄັນ​ທີ່​ສອງ​ຝ່າຍຈະ​ເປິກສາ​ຫາລື. ທ່ານ​ເຫັນ​ວ່າ, ສອງ​ຝ່າຍ​ຈີນ​ອາ​ເມ​ລິ​ກາ​ຄວນ​ເປ​ກສາການ​ເປີດ​ກວ້າງ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ແນວ​ໃດໂດຍ​ຜ່ານ​ການ​ພົບ​ປະ​ເທື່ອ​ນີ້​ເພື່ອກ້າວ​ເຖິງ​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

ທ່ານ​ເຄວິນຣຸດຊີ້​ອອກ​ວ່າ, ສະພາບ​ຄວາມ​ໝັ້ນຄົງ​ຂອງ​ເຂດ​ອາຊີ​ປາຊີ​ຟິກກໍ່​ຈະແມ່ນ​ຈຸດ​ສຳຄັນ​ຂອງ​ການ​ພົບ​ປະລະ​ຫວ່າງ​ປະມຸກ​ລັດ​ຈີນ​ອາ​ເມ​ລິ​ກາ​ເທື່ອ​ນີ້, ສອງ​ປະ​ເທດຄວນປິກສາຫາລື​ກັນ​ແລະ​ວາງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ອັນ​ໃໝ່​ເພື່ອ​ຜ່ອນຄາຍ​ສະຖານະ​ການ​ອັນ​ເຄັ່ງ​ຕຶງ​ຂອງ​ແຫຼມ​ເກົາຫຼີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ